• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໂອ້​ລົມ​ສົ​ນທະ​ນາ​ທາງ​ອອນ​ລາຍ​ກັບ​ທ່ານ ປະ​ທານ​ສະ​ພາ​ຕ່ຳ ອົດ​ສະ​ຕາ​ລີ Tony Smith

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ອົດສະຕາລີ ທີ່ໄດ້ສະຫງວນເງິນເປັນຈຳນວນ 40 ລ້ານໂດລາ ອົດສະຕາລີ ເພື່ອໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ - 19.
ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນບ່າຍວັນທີ 7 ມິຖຸນາ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການໂອ້ລົມສົນທະນາທາງອອນລາຍກັບທ່ານ ປະທານສະພາຕ່ຳ ອົດສະຕາລີ Tony Smith. ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມ ລະຫວ່າງ ສະພາແຫ່ງຊາດ/ລັດຖະສະພາ ສອງປະເທດ, ພ້ອມທັງແບ່ງປັນບົດຮຽນການຮັບມືກັບໂລກລະບາດໂຄວິດ - 19 ໃນການເຄື່ອນໄຫວຂອງ ສະພາແຫ່ງຊາດ/ລັດຖະສະພາ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ອົດສະຕາລີ ທີ່ໄດ້ສະຫງວນເງິນເປັນຈຳນວນ 40 ລ້ານໂດລາ ອົດສະຕາລີ ເພື່ອໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ - 19, ພ້ອມທັງສະເໜີໃຫ້ ທ່ານປະທານສະພາຕ່ຳ ອົດສະຕາລີ ມີຄວາມເອົາໃຈໃສ່ຕໍ່ບັນຫາສະເໝີພາບ ແລະ ແບ່ງປັນວັກຊິນໃນຂອບເຂດທົ່ວໂລກ ເພື່ອບັນດາປະເທດທຸກຍາກ ອາດຈະສຳຜັດກັບບັນດາແຫຼ່ງ ວັກຊິນ. ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຮັກສາການພົບປະຂັ້ນສູງກໍ່ຄືທຸກຂັ້ນ, ພ້ອມທັງເສີມຂະຫຍາຍບົດບາດຂອງ ອົງການນິຕິບັນຍັດ ສອງປະເທດໃນວຽກງານຊຸກຍູ້ການພົວພັນສອງຝ່າຍ.

ສ່ວນທ່ານ ປະທານສະພາຕ່ຳ ອົດສະຕາລີ Tony Smith ໄດ້ເນັ້ນໜັກວ່າ ເຫັນດີເປັນເອກະພາບ ກັບບັນດາຂໍ້ສະເໜີຂອງ ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ, ພ້ອມທັງແບ່ງປັນວ່າ, ປີ 2020, ລັດຖະສະພາ ອົດສະຕາລີ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກໂລກລະບາດໂຄວິດ - 19, ດັ່ງນັ້ນ ສະພາຕ່ຳອົດສະຕາລີ ພຽງແຕ່ຮັກສາໄດ້ການຈັດກອງປະຊຸມທາງອອນລາຍໃນກອງປະຊຸມຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top