• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ເດີນ​ທາງ​ໄປ​ຢ້ຽມ​ຢາມ ຈີ​ເລ, ເປ​ຣູ ແລະ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ APEC

ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ເລືອງເກື່ອງ ໃນຖານະຕຳແໜ່ງໃໝ່, ເຊິ່ງມີຄວາມໝາຍ, ຄວາມສຳຄັນພິເສດນັບທັງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV)

ຕອນຄ່ຳວັນທີ 8 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມ ສາທາລະນະລັດ ຈີເລ ຢ່າງເປັນທາງການ ແຕ່ວັນທີ 9 – 12 ພະຈິກ ຕາມຄຳເຊີນຂອງທ່ານປະທານາທິບໍດີ Gabriel Boric Font; ຢ້ຽມຢາມ ສາທາລະນະລັດ ເປຣູ ຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ປີ 2024 ຢູ່ Lima, ນະຄອນຫຼວງຂອງ ເປຣູ ແຕ່ວັນທີ 12 – 16 ພະຈິກ ຕາມຄຳເຊີນຂອງທ່ານປະທານາທິບໍດີ Dina Ericilia Boluarte Zegarra.

ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ເລືອງເກື່ອງ ໃນຖານະຕຳແໜ່ງໃໝ່, ເຊິ່ງມີຄວາມໝາຍ, ຄວາມສຳຄັນພິເສດນັບທັງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ. ການຢ້ຽມຢາມຈະປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍກວ່າອີກ, ຂຸດຄົ້ນປະສິດທິຜົນຈາກບັນດາກຳລັງບົ່ມຊ້ອນຂອງການຮ່ວມມື, ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບ ຈີເລ ແລະ ເປຣູ ກໍຄືພາກພື້ນ ອາເມລິກາ ລາຕິງ. ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:

“ທ່ານປະທານປະເທດ ຈະຍົກອອກຂໍ້ສະເໜີທີ່ມີລັກສະນະຍຸດທະສາດ ແລະ ບຸກທະລຸ ເພື່ອແນໃສ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງ APEC ໃນການຮ່ວມມື, ຮ່ວມສຳພັນເສດຖະກິດສາກົນ, ຮັບມືກັບສິ່ງທ້າທາຍທີ່ໄດ້ວາງອອກກັບປະຊາຄົມສາກົນເວົ້າລວມ ແລະ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະ. ທ່ານປະທານປະເທດ ກໍຈະສົ່ງສານກ່ຽວກັບຄວາມຄາດຫວັງບືນຕົວຂຶ້ນຂອງຊາດ ຫວຽດນາມ ໃນສັງກາດໃໝ່, ບັນດາກຳນົດທິດໃຫຍ່ກ່ຽວກັບການພັດທະນາ, ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ໃນນັ້ນ ພາກພື້ນ ອາຊີ - ປາຊີຟິກ ແລະ ເວທີປາໄສ APEC ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ; ພ້ອມທັງຮຽກຮ້ອງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ປະຊາຄົມວິສາຫະກິດໃນພາກພື້ນ ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top