ຂ່າວສານ
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ
ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນກອງປະຊຸມສົນທະນາ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງທັງສອງຝ່າຍ. ນີ້ແມ່ນກອງປະຊຸມສົນທະນາສອງຝ່າຍແບບເຊິ່ງໜ້າຄັ້ງທໍາອິດລະຫວ່າງທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ໃນຖານະຕຳແໜ່ງໃໝ່.
ໃນກອງປະຊຸມສົນທະນາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ, ມາດຕະການໃຫຍ່ ແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື, ຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃຫ້ຫຼາຍກວ່າອີກ, ບົນພື້ນຖານໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ອີງໃສ່ຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ; ບໍ່ຮ່ວມສຳພັນທະມິດ ຫຼື ເຈລະຈາກັບຝ່າຍທີ 3 ເພື່ອມີການກະທຳທີ່ສົ່ງຜົນກະທົບບໍ່ດີຕໍ່ພື້ນຖານເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດພື້ນຖານຂອງກັນ, ບໍ່ແນໃສ່ຕ້ານຄືນບໍ່ວ່າຝ່າຍທີສາມໃດໆ, ສະໜັບສະໜູນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບຂອງພາກພື້ນ ແລະ ໃນໂລກ.
ສຳລັບດ້ານການເມືອງ, ການທູດ, ສອງຝ່າຍເຫັນດີສືບຕໍ່ຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໂດຍຜ່ານການເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ບັນດາກົນໄກຮ່ວມມືຜ່ານຊ່ອງທາງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ກະຊວງ, ຂະແໜງການ ຕະຫຼອດຮອດການພົວພັນແລກປ່ຽນລະຫວ່າງຄົນລຸ້ນໜຸ່ມ.
ສຳລັບດການຮ່ວມມືດ້ານເສດຖະກິດ, ສອງຝ່າຍເຫັນດີຜັນຂະຫຍາຍຢ່າງມີປະສິດທິຜົນເຈລະຈາໂດຍໄວ, ຍົກລະດັບ ແລະ ຜັນຂະຫຍາຍ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ໃຫ້ມີປະສິດທິຜົນ. ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຍູ້ແຮງດ້ານການຄ້າ, ການລົງທຶນສອງຝ່າຍ. ສອງຝ່າຍສະໜັບສະໜູນສືບຕໍ່ຍົກສູງປະທິຜົນຂອງບັນດາໂຄງການຫຼັກແຫຼ່ງໃນຂົງເຂດພະລັງງານ, ອາຍແກັດ, ອຳນວຍຄວາມສະດວກໃຫ້ວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ການເຄື່ອນໄຫວຢູ່ດິນແດນຂອງກັນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເປັນເອກະສັນ ດຳເນີນການສຶກສາຄົ້ນຄວ້າໂດຍໄວ ເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດ ພະລັງງານໃໝ່, ພະລັງງານສະອາດ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ.
ສອງຝ່າຍມີຄວາມປາດຖະໜາ ຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່, ບົນພື້ນຖານກົດໝາຍ ແລະ ທຳນຽມສາກົນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ໃນໂລກ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ສອງຝ່າຍກໍໄດ້ສະໜັບສະໜູນການສ້າງລະບົບການພົວພັນສາກົນປະຊາທິປະໄຕ, ຍຸຕິທຳ, ຈະແຈ້ງ ໂດຍອີງໃສ່ກົດໝາຍສາກົນ ແລະ ກົດບົດ ສປຊ; ສະໜັບສະໜູນໂຄງສ້າງພາກພື້ນ ອາຊີ ປາຊີຟິກ ສະເໝີພາບ, ບໍ່ແບ່ງແຍກ, ອີງໃສ່ກົດໝາຍສາກົນ; ຊຸກຍູ້ການຮ່ວມສຳພັນເສດຖະກິດ ດ້ວຍກົນໄກ: APEC, G20, ການຮ່ວມມືເສດຖະກິດ ອາຊີ - ເອີຣົບ, ຊົມເຊີຍລັດເຊຍ ທີ່ໄດ້ໃຫ້ການຮ່ວມມືກັບອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລວມໃນໂລກ.
ກ່ຽວກັບທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນການຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ, ບໍ່ນຳໃຊ້ ຫຼື ນາບຂູ່ການນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ທີ່ສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດໃຫ້ເລິກເຊິ່ງຍິ່ງໆຂຶ້ນ.
ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາ ອາໄລຫາປະທານໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ.
ໃນຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາອາໄລຫາປະທານໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ຕໍ່ຈາກນັ້ນ ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາ ອາໄລຫາບັນດານັກວິລະຊົນເສຍສະຫລະຊີວິດເພື່ອຊາດຢູ່ ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດຢູ່ຖະຫນົນ ບັກເຊີນຢູ່ ຮ່າໂນ້ຍ. ເຂົ້າຮ່ວມການເຄື່ອນໄຫວນີ້ ຍັງມີທ່ານ ເລຮວ່າຍຈູງ ເລຂາສູນກາງພັກ, ຫົວຫນ້າ ຄະນະພົວພັນຕ່າງປະເທດ.