• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ ​ຜູ້​ແທນ​ແມ່ນປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລະ​ປິນ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມເຄົາລົບຕໍ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ໄດ້ຍົກອອກຄຳເຫັນຢ່າງສຸດໃຈ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ຍົກໃຫ້ເຫັນຄວາມຄາດຫວັງການພັດທະນາປະເທດຊາດຮອດປີ 2030 ແລະ 2045
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ບັນດາຜູ້ແທນ (ພາບ: TTXVN)

ຕອນບ່າຍວັນທີ 29 ກຸມພາ, ຢູ່ສຳນັກງານສູນກາງພັກ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມພົບປະກັບຜູ້ແທນແມ່ນ ປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ ມະໂລງ 2024. ເຂົ້າຮ່ວມກອງປະຊຸມມີຜູ້ແທນດີເດັ່ນ 210 ທ່ານຂອງ ວົງການນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມເຄົາລົບຕໍ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ໄດ້ຍົກອອກຄຳເຫັນຢ່າງສຸດໃຈ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ຍົກໃຫ້ເຫັນຄວາມຄາດຫວັງການພັດທະນາປະເທດຊາດຮອດປີ 2030 ແລະ 2045, ທ່ານປະທານປະເທດ ຖືວ່າ ນີ້ທັງແມ່ນໜ້າທີ່, ທັງນຳມາເຊິ່ງແຫຼ່ງບັນດານໃຈທີ່ຍິ່ງໃຫຍ່ໃຫ້ແກ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນໃນການອອກແຮງງານ, ຄົ້ນຄ້ວາ ແລະ ປະດິດຄິດສ້າງ, ສືບຕໍ່ຮ່ວມເດີນທາງກັບພັກ, ຊົນຊາດ, ຜ່ານຜ່າທຸກສິ່ງທ້າທາຍ, ບັນລຸຜົນສຳເລັດທີ່ຍິ່ງໃຫຍ່ກ່ວາອີກ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top