• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຮັດ​ວຽກ​ກັບ​ສູນ​ກາງ​ສະ​ມາ​ຄົມ​ທະ​ນາຍ​ຄວາມ ຫວຽດ​ນາມ

ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳວຽກງານປະຕິຮູບຍຸຕິທຳສູນກາງ, ໄດ້ເຮັດວຽກກັບຄະນະພັກ, ຄະນະປະຈຳສູນກາງສະມາຄົມທະນາຍຄວາມ ຫວຽດນາມ.

ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳວຽກງານປະຕິຮູບຍຸຕິທຳສູນກາງ, ໄດ້ເຮັດວຽກກັບຄະນະພັກ, ຄະນະປະຈຳສູນກາງສະມາຄົມທະນາຍຄວາມ ຫວຽດນາມ.


ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ 

ກ່ຽວກັບໝາກຜົນການເຄື່ອນໄຫວຂອງສະມາຄົມພາຍຫຼັງປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການເພີ່ມທະວີການຊີ້ນຳຂອງພັກຕໍ່ກັບວຽກງານຂອງສະມາຄົມມາເປັນເວລາ 20 ປີ, ທ່ານປະທານປະເທດຕີລາຄາສູງວຽກງານສ້າງສາ ແລະ ພັດທະນາຂອງສະມາຄົມ, ວຽກງານເຂົ້າຮ່ວມການສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ໄດ້ຮັບການຍູ້ແຮງດ້ວຍຫຼາຍຮູບແບບ, ຫຼາຍວິທີທີ່ອຸດົມສົມບູນ ແລະ ມີຄຸນນະພາບ.

        ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສືບຕໍ່ຫັນທັດສະນະ, ແຜນນະໂບາຍຂອງພັກກ່ຽວກັບວຽກງານຂອງສະມາຄົມໃຫ້ເປັນລະບອບລະບຽບການ. ໄປຄຽງຄູ່ກັນນັ້ນ, ຄວນສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະມາຄົມທະນາຍຄວາມຫວຽດນາມ ທຸກຂັ້ນ ໃນການເຂົ້າຮ່ວມສ້າງນະໂຍບາຍ, ກົດໝາຍ, ຕິດຕາມກວດກາການໄຈ້ແຍກຕີລາຄາຂອງສັງຄົມ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top