ຂ່າວສານ
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບນາມມະຍົດວິລະຊົນແຮງງານ ແລະ ຫຼຽນໄຊເອກະລາດ ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາການປະກອບສ່ວນຂອງບຸກຄົນດັ່ງກ່າວ ທີ່ມີຕໍ່ການພັດທະນາຂອງປະເທດຊາດ. ພ້ອມທັງປາດຖະໜາວ່າ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ນັກເຕັກນິກ ຫວຽດນາມ ແມ່ນບ່ອນເຕົ້າໂຮມ, ແຜ່ກະຈາຍຂອງບັນດານັກວິທະຍາສາດ ຫວຽດນາມ, ທັງທາງດ້ານວິທະຍາສາດທຳມະຊາດ, ສັງຄົມ, ພ້ອມກັນສາມັກຄີ, ສືບຕໍ່ປະກອບສ່ວນໃຫ້ແກ່ຂະແໜງວິທະຍາສາດເຕັກໂນໂລຢີຂອງປະເທດຊາດ, ປະກອບສ່ວນເຂົ້າໃນເປົ້າໝາຍ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.
“ຂ້າພະເຈົ້າສະເໜີໃຫ້ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈົ່ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ດຶງດູດ ແລະ ຍາດແຍ່ງຜູ້ມີຄວາມເກັ່ງກ້າສາມາດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ ເພື່ອພັດທະນາປະເທດຊາດ”.
(ແຫຼ່ງຄັດຈາກ VOV)