ຂ່າວສານ
ທ່ານປະທານປະເທດ ກູບາ ປະດັບຫຼຽນໄຊ Jose Marti ໃຫ້ແກ່ທ່ານປະທານປະເທດ ຫງວຽນຊວັນຟຸກ
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມເປັນກຽດ ແລະ ມີຄວາມຕື້ນຕັນໃຈທີ່ໄດ້ຮັບຫຼຽນໄຊອັນສູງສົ່ງທີ່ສຸດຂອງລັດ ກູບາ.
“ໃນເວລານາທີພິເສດນີ້, ຂ້າພະເຈົ້າຂໍຢ້ຳຄືນຄຳເວົ້າທີ່ມີຊື່ສຽງຂອງ ຜູ້ນຳ Fidel Castro ທີ່ວ່າ: “ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດສ່ວນທັງເລືອດເນື້ອຂອງຕົນ” ແລະ ຄຳເວົ້າຂອງປະທານ ໂຮ່ຈີມິນ ເມື່ອຕ້ອນຮັບຄະນະຜູ້ແທນຂັ້ນສູງກູບາໃນເດືອນ ຕຸລາ 1966, ທີ່ວ່າ: “ຫວຽດນາມ ແລະ ກູບາ ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສາຍຈິດມິດໃຈລະຫວ່າງສອງປະເທດແມ່ນໃກ້ຊິດສະໜິດສະໜົມເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວ”. ເມື່ອໄດ້ຮັບລາງວັນອັນສູງສົ່ງນີ້, ພວກຂ້າພະເຈົ້າຂໍຢັ້ງຢືນ ຄວາມຕັດສິນໃຈ ແລະ ມານະພະຍາຍາມ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີທີ່ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງນີ້ ໂດຍປະທານໂຮ່ຈີມິນ ແລະ ຜູ້ນຳ Fidel Castro ພ້ອມດ້ວຍການນຳ ແລະ ປະຊາຊົນລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການຫຼໍ່ຫຼອມໃນຕະຫຼອດໄລຍະປະຫວັດສາດ 60 ກວ່າປີ. ອີກຄັ້ງໜຶ່ງ, ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍຢັ້ງຢືນຄືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ພາລະກິດປະຕິວັດອັນຊອບທຳຂອງປະຊາຊົນກູບາ”.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti (ພາບ: VOV)
ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti.
(ແຫຼ່ງຄັດຈາກ VOV)