• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ເລືອງ​ເກືອງ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າຍື່ນ​ສານ​ຕ​າ​ຕັ້ງ

ຕອນເຊົ້າວັນທີ 17 ມີນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກືອງໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ ເອຢິບ, ໂກລົມເບຍ, ປານາມາ, ລີບັງ, ສປ.ໂກງໂກ, ສ.ໂກງໂກ, ບູຣູນດີ, ໂປໂຕເກດ, ຕັງຊານີເຂົ້າຍື່ນສານຕາຕັ້ງຮັບໜ້າທີ່ປະຕິບັດງານ ແລະ ຄວບໜ້າທີ່ຢູ່ ຫວຽດນາມ.
ທ່ານປະທານປະເທດເລືອງເກືອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ (ພາບ: TTXVN)

ທີ່ການຕ້ອນຮັບທ່ານ Antonios Papakostas ເອກອັກຄະລັດຖະທູດ ເອຢິບ ທ່ານປະທານປະເທດສະເໜີທ່ານເອກອັກຄະລັດຖະທູດ ຊ່ວຍຊຸກຍູ້ເພື່ອເຊັນສັນຍາຮ່ວມມືບາງສະບັບ ໃນບັນດາຂົງເຂດເຊິ່ງ ຫວຽດນາມ ແລະ ເອຢິບ ຕ່າງມີຄວາມສົນໃຈຄື: ແຮງງານ, ຂົນສົ່ງທາງທະເລ, ພາສີອາກອນ. ທ່ານປະທານປະເທດເນັ້ນໜັ້ກວ່າ ສອງປະເທດຄວນສືບຕໍ່ຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA).

ທີ່ການຕ້ອນຮັບທ່ານນາງ Camila Maria Poko Florez ເອກອັກຄະລັດຖະທູດ ໂກໂລມເບຍ, ທ່ານປະທານປະເທດເລືອງເກືອງ ໄດ້ຕີລາຄາສູງ ໂກໂລມເບຍຈັດຕັ້ງສຳເລັດກອງປະຊຸມສຸດຍອດເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ປີ 2024, ທ່ານປາດຖະໜາຢາກ ໂກໂລມເບຍຮ່ວມມືກັບ ຫວຽດນາມຢ່າງແໜ້ນແຟ້ນ ເພື່ອປະຕິບັດສຳເລັດ P4G ໃນປີນີ້ ແລະ ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດ P4G ຢູ່ຮ່າໂນ້ຍ ທີ່ຈະຈັດຂຶ້ນໃນເດືອນເມສາຈະມາເຖິງ.

ທີ່ການຕ້ອນຮັບທ່ານນາງ Nubiela Yanarith Ayala Modes ເອກອັກຄະລັດຖະທູດ ປານາມາ , ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ປານາມາໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງຄື: ກະສິກຳ, ການຂົນສົ່ງທາງທະເລ, ການບິນ ແລະ ພາລະທິການ, ການເງິນທະນາຄານ, ພ້ອມທັງສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (28/08/1975 – 28/08/2025) ລະຫວ່າງສອງປະເທດເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍ.

ແລະກໍ່ໃນຕອນເຊົ້າວັນທີ 17 ມີນາ, ທ່ານປະທານປະເທດ ເລືອງເກືອບ ໃຫ້ການຕ້ອນຮັບເອກອັກຄະລັດທະທູດຄວບໜ້າທີ່ຢູ່ ຫວຽດນາມ: ລວມມີ: ເອກອັກຄະລັດຖະທູດ ສ.ລີບັງ, ເອກອັກຄະລັດຖະທູດສປ.ໂກງໂກ, ເອກອັກຄະລັດຖະທູດ ສ.ໂກງໂກ, ເອກອັກຄະລັດຖະທູດ ບູຣູນດີ, ເອກອັກຄະລັດຖະທູດ ໂປໂຕເກດ, ເອກອັກຄະລັດຖະທູດຕັງຊານີ ເຂົ້າຢືນສາຕາຕັ້ງຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top