• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະທານ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ​ເຈິ່ນ​ແທັງ​ເໝິນ ສົ່ງ​ຈົດໝາຍອວຍພອນ​ວັນບຸນ​ວິສາຂະບູຊາ ປີ 2020

ເນື່ອງໃນໂອກາດງານບຸນວິສາຂະບູຊາ ປີ 2020 - ພສ 2564, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ສົ່ງຈົດໝາຍອວຍພອນ ເຖິງບັນດາຜູ້ມີຍົກສັກຕໍາແໜ່ງທາງພຸດທະສາສະໜາ, ຄູບາ, ພະສົງສໍາມະເນນ ແລະ ພຸດທະສາສະນິກກະຊົນຂອງຫວຽດນາມ.
ໃນຈົດໝາຍ, ທ່ານ ເຈິ່ນແທັງເໝິນ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມພຸດທະສາສະໜາຫວຽດນາມ ແລະ ພໍ່ແມ່ພີ່ນ້ອງຊາວພຸດທັງຢູ່ພາຍໃນ ແລະ ຕ່າງປະເທດໃນສະພາບການເກີດໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ ພ້ອມທັງປາດຖະໜາວ່າ ສະມາຄົມພຸດທະສາສະໜາຫວຽດນາມ, ຄູບາ, ພະສົງ, ສໍາມະເນນ ພ້ອມດ້ວຍພຸດທະສາສະນິກກະຊົນ ສືບຕໍ່ເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສະໝັກຄີທົ່ວປວງຊົນທັງຊາດໃຫ້ຫຼາຍກວ່າອີກ ດ້ວຍເນື້ອໃຈຈິດໃຈ “ຮັກຊາດ, ຊ່ວຍເຫຼືອປະຊາຊົນ” ແລະ ຄວາມເມດຕາປານີຂອງພຸດທະສາສະໜາ ເພື່ອພ້ອມກັບປະຊາຊົນໃນທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ, ຍາດເອົາຊະນະຕໍ່ໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top