• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ຜ່ານແຜນ​ການ​ປະ​ຕິ​ບັດ​ສັນ​ຍາ EVFTA

ທ່ານນາຍົກລັດຖະມົນຕີ ຫາກໍ່ໃຫ້ອະນຸມັດຜ່ານແຜນການປະຕິບັດສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) (EVFTA).

 ກອງປະຊຸມທາງອອນລາຍກ່ຽວກັບການຜັນຂະຫຍາຍປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EU (ພາບ: BNEWS/TTXVN)

ແຜກການຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈັດຕັ້ງການຜັນຂະຫຍາຍປະຕິບັດບັນດາໜ້າທີ່ພື້ນຖານຄື: ໂຄສະນາ, ເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບ EVFTA ແລະ ຕະຫຼາດຂອງບັນດາປະເທດ EU, ສ້າງກົດໝາຍ, ລະບອບລະບຽບການ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ ແລະ ພັດທະນາຊັບພະຍາກອນມະນຸດ, ແຜນນະໂຍບາຍ ແລະ ນະໂຍບາຍສຳລັບອົງການກຳມະບານ ແລະ ບັນດາອົງການຈັດຕັ້ງຂອງຜູ້ອອກແຮງງານຢູ່ບັນດາຮາກຖານວິສາຫະກິດ, ນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຮຽກຮ້ອງໃຫ້ຍູ້ແຮງບັນດາໂຄງການຊຸກຍູ້ການຄ້າ - ການລົງທຶນຢູ່ບັນດາປະເທດ EU ເພື່ອແນໃສ່ແຈ້ງໃຫ້ປະຊາຄົມວິສາຫະກິດບັນດາປະເທດຮັບຊາບກ່ຽວກັບກາລະໂອກາດ ແລະ ທ່າໄດ້ປຽບຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ, ຜ່ານນັ້ນກໍ່ພັດທະນາການພົວພັນດ້ານການຄ້າ, ດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າໃນບັນດາຂົງເຂດຈຸດສຸມ. ພ້ອມກັນນັ້ນແມ່ນສ້າງບັນດາໂຄງການໜູນຊ່ວຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ບັນດຂະແໜງສິນຄ້າ, ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍແລະ ກາງ, ຈຸນລະວິສາຫະກິດ, ຊາວກະສິກອນໃຫ້ເໝາະສົມກັບຄຳໝັ້ນສັນຍາສາກົນ.

(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top