• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ບ​ຣາ​ຊີນ

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ບຣາຊິນ ແມ່ນປະເທດມະຫາອຳນາດໃນພາກພື້ນ ອາເມລິກາ ລາຕິນ ແລະ ສະເໜີໃຫ້ສຸມໃສ່ບັນດາເສົາຄ້ຳເສດຖະກິດ, ການຄ້າ, ການລົງທຶນ ແລະ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍ, ສັນຍາອາລັກຂາການລົງທຶນ, ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ… ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມບັນດາພະນັກງານຢູ່ສະຖານທູດ ຫວຽດນາມ ປະຈຳ ບຣາຊີນ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສາທາລະນະລັດສະຫະພັນ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສຳນັກງານ ແລະ ພົບປະກັບພະນັກງານ, ລັດຖະກອນຂອງສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ບຣາຊິນ.

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະຖານທູດ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ສອງປະເທດໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ບຣາຊິນ ແມ່ນປະເທດມະຫາອຳນາດໃນພາກພື້ນ ອາເມລິກາ ລາຕິນ ແລະ ສະເໜີໃຫ້ສຸມໃສ່ບັນດາເສົາຄ້ຳເສດຖະກິດ, ການຄ້າ, ການລົງທຶນ ແລະ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍ, ສັນຍາອາລັກຂາການລົງທຶນ, ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ… ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ນອກຈາກນັ້ນແລ້ວ ທ່ານຍັງສະເໜີໃຫ້ບັນດາພະນັກງານ, ພາລະກອນສະຖານທູດສຸມໃສ່ໜ້າທີ່ແລກປ່ຽນວັດທະນະທຳ, ການສຶກສາ, ກິລາ ແລະ ການພົບປະແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top