• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຖ້າປ້ອງ​ກັນ​ໂລກ​ລະ​ບາດ​ເປັນ​ຢ່າງ​ດີ ​ຈະບໍ່​ຕ້ອງຕ້ານ​ໂລກ​ລະ​ບາດ

ວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ ເພື່ອສຳຫຼວດຄືນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນອາທິດຜ່ານມາ, ພ້ອມທັງຍົກອອກບັນດາມາດຕະການ, ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ຕາມບົດລາຍງານຂອງຄະນະຊີ້ນຳແລ້ວ, ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ໃນຊຸມຊົນໃນອາທິດນີ້ ມີສ່ວນຫຼຸດລົງເມື່ອທຽບໃສ່ອາທິດແລ້ວນີ້ ໃນບາງທ້ອງຖິ່ນທີ່ມີຈຳນວນຜູ້ຕິດເຊື້ອສູງ ຄື: ດ່າໜັງ, ບິ່ງເຢືອງ, ລອງອານ; ຈຳນວນຜູ້ເສຍຊີວິດສະເລ່ຍຕາມລາຍວັນໃນທົ່ວປະເທດ ໄດ້ຫຼຸດລົງ 30%, ໃນນັ້ນ ນະຄອນ ໂຮ່ຈີມິນ ຫຼຸດລົງ 30%, ດົ່ງນາຍ ຫຼຸດລົງ 50%. ໃນຈຳນວນ 23 ແຂວງ, ນະຄອນທີ່ພວມປະຕິບັດການແຍກຫ່າງສັງຄົມ ແລະ ເພີ່ມທະວີມາດຕະການແຍກຫ່າງສັງຄົມນັ້ນ ມີ 8 ທ້ອງຖິ່ນພວມຄວບຄຸມໂລກລະບາດໄດ້ເປັນຢ່າງດີ; 12 ທ້ອງຖິ່ນພວມສືບຕໍ່ປະຕິບັດມາດຕະການຕ່າງໆ ແລະ ບັນລຸມາດຕະຖານໃນການຄວບຄຸມໂລກລະບາດ; ສິ່ງທີ່ໜ້າສົນໃຈແມ່ນ ມີ 3 ທ້ອງຖິ່ນຄວນສືບຕໍ່ມານະພະຍາຍາມ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ຄືນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ກຽນຢາງ. ປັດຈຸບັນ, ປະຕິບັດການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ກວ່າ 27 ລ້ານໂດສ ແລ້ວ. ຄາດວ່າ, ນັບແຕ່ນີ້ຮອດທ້າຍປີ 2021 ຈະມີວັກຊິນກັນພະຍາດໂຄວິດ - 19 ຈຳນວນກວ່າ 103 ລ້ານໂດສ ຈະສົ່ງມາຮອດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ທີ່ພວມມີການຢ້ຽມຢາມຫວຽດນາມ.

Top