• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຄວນ​ມີ​ມະ​ຕິ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​​ຄ້າງ​ຄາ​ໃນ​ວຽກ​ງານ​ວາງ​ແຜນ​ກຳ​ນົດ

ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນກຳນົດມີຜົນສັກສິດ.

ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນກຳນົດມີຜົນສັກສິດ. 

 

ກອງປະຊຸມລັດຖະບານຫົວເລື່ອງສະເພາະ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ວຽກງານວາງແຜນກຳນົດແມ່ນມີຄວາມສຳຄັນຍິ່ງຕໍ່ການພັດທະນາເສດຖະກິດ - ສັງຄົມ, ພັກ, ລັດ ຫວຽດນາມ ເອົາໃຈໃສ່ຊີ້ນຳປະຕິບັດໃນຂອບເຂດທົ່ວປະເທດ. ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການວາງແຜນກຳນົດ, ກຳນົດກ່ຽວກັບການສ້າງ, ໃຫ້ສັດຕະຍາບັນ, ປະກາດ, ດັດປັບແຜນກຳນົດໃນລະບົບແຜນຜັງແຫ່ງຊາດ, ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2019. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເຮັດບົດລາຍງານໃບສະເໜີໃຫ້ສົມບູນແບບ, ເພື່ອສະເໜີຕໍ່ສະພາແຫ່ງຊາດປະກາດໃຊ້ມະຕິຕາມຂັ້ນຕອນ, ລະບຽບການກະທັດລັດໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄ້າງຄາໃນວຽກງານວາງແຜນກຳນົດ, ບົນເນື້ອໃນຈິດໃຈເພີ່ມທະວີຄວາມຮັບຜິດຊອບໃນທຸກຂັ້ນ ແລະ ຫັນຄວາມຮັບຜິດຊອບເປັນລະອຽດ. ໃນນັ້ນ ແບ່ງກຳນົດຢ່າງຈະແຈ້ງສຳນັກງານ, ອົງການໃດທີ່ມີສິດອຳນາດໃນການອະນຸມັດຜ່ານ, ກວດກາຢັ້ງຢືນ ແລະ ສ້າງແຜນກຳນົດ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top