• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ໃນໄລໄລຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເປັນອັນລະອຽດ ແລະ ພັດທະນາຢ່າງແທດຈິງ. ທ່ານກໍສະເໜີໃຫ້ ອາເມລິກາ ສຳເລັດວິວັດການພິຈາລະນາຮັບຮອງເອົາຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ ແລະ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ສິນຄ້າ ຫວຽດນາມ ໄດ້ນຳເຂົ້າຕະຫຼາດ ອາເມລິກາ.

ທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດກະຊວງການຕ່າງປະເທດ ອາເມລິກາ ເຫັນດີເປັນຢ່າງສູງຕໍ່ຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ຈະ ສືບຕໍ່ຫັນຂອບເຂດການຮ່ວມມືໃໝ່ລະຫວ່າງສອງປະເທດເປັນລະອຽດ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ທ່ານນາງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ດຶງດູດຄວາມສົນໃຈຂອງບັນດານັກລົງທຶນ ອາເມລິກາ. ທ່ານນາງກໍສະແດງຄວາມພ້ອມທີ່ຈະແລກປ່ຽນບົດຮຽນ, ປະສົບການກ່ຽວກັບນະໂຍບາຍເສດຖະກິດ ກໍຄື ວິທີສົມທົບເພື່ອຮັບມືກັບການເໜັງຕີງຂອງເສດຖະກິດທົ່ວໂລກ ກັບ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Marriott (ອາເມລິກາ) Anthony Capuano ຢູ່ຫ້ອງວ່າການລັດຖະບານ (ພາບ: TTXVN)

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ຕ້ອນຮັບທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Marriott (ອາເມລິກາ) Anthony Capuano ຢູ່ຫ້ອງວ່າການລັດຖະບານ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


Top