• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເລີ່ມຕົ້ນການຢ້ຽມຢາມ ໂປໂລຍ ຢ່າງເປັນທາງການ (ພາບ: VGP/Nhật Bắc)
ວັນທີ 15 ມັງກອນ, ຕາມເວລາທ້ອງຖິ່ນ, ເຮືອບິນພິເສດພາທ່ານນາຍົກລັດຖະມົນຕີ ຟ້າມມິງຈິງພ້ອມກັບ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນ Frederic Chopin, ນະຄອນຫຼວງ Warsaw ເລີ່ມຕົ້ນການຢ້ຽມຢາມ ສ.ໂປໂລຍຢ່າງເປັນທາງການໃນລະຫວ່າງວັນທີ 15 - 18 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk. ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ. ໃນນັ້ນສອງຝ່າຍຈະປຶກສາຫາລືຍົກອອກວິທີການເພີ່ມທະວີການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ - ການລົງທຶນ…ລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top