• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ແລະ ​ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Jacinda Ardern ເຂົ້າ​ຮ່ວມພິ​ທີ​ເຊັນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື ແລະ ພົບ​ປະ​ກັບ​ນັກ​ຂ່າວ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ດຳເນີນການພົບປະເຈລະຈາດ້ວຍຜົນສຳເລັດອັນດີງາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ດຳເນີນການພົບປະເຈລະຈາດ້ວຍຜົນສຳເລັດອັນດີງາມ.

  ການພົບປະເຈລະຈາລະຫວ່າງສອງຝ່າຍ  

ຕອນບ່າຍວັນ 14 ພະຈິກ, ຢູ່ຮ່າໂນ້ຍ,  ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເຂົ້າຮ່ວມພິທີເຊັນບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ.

ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະເຈລະຈາ, ທີ່ການພົບປະກັນນັກຂ່າວ ປະກາດກ່ຽວກັບໝາກຜົນການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ທ່ານ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ດຳເນີນການພົບປະເຈລະຈາດ້ວຍຜົນສຳເລັດອັນດີງາມ. ສອງຝ່າຍໄດ້ວາງອອກບັນດາທິດທາງ ເພື່ອນຳສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ນິວຊີແລນ ສືບຕໍ່ພັດທະນາຢ່າງແຮງ, ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສວ່ນເຂົ້າໃນສັນຕິພາບ, ວັດຖະນາຖາວອນ, ການຮ່ວມມື ແລະ ພັດທະນາຢູ່ອາຊີ-ປາຊີຟິກ. ສອງຝ່າຍເຫັນດີເປັນເອກະສັນ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ; ຊຸກຍູ້ການພົບປະແລກປ່ຽນ ປຊຊ ແລະ ການຮ່ວມມືທ້ອງຖິ່ນ ພ້ອມທັງຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວໃຫ້ບັນລຸປະສິດທິຜົນ. ສອງປະເທດສູ້ຊົນນຳວົງເງິນການຄ້າສອງສົ້ນຂຶ້ນລະດັບ 2 ຕື້ USD ໃນປີ 2024.

ສ່ວນທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໃຫ້ຮູ້ວ່າ ຫວຽດນາມ ແລະ ນິວຊີແລນ ຈະຊຸກຍູ້ການພົວພັນໃນຂົງເຂດການເມືອງ, ການທູດ, ປ້ອງກັນຄວາມສະຫົງບ, ການຄ້າ, ການລົງທຶນ….ນິວຊີແລນ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການພັດທະນາກະສິກຳເປັນມິດກັບສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນຫລຸດຜ່ອນອາຍເສຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top