• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Adylbek Kasymaliev ຢ້ຽມ​ຢາມ​ເຂດຮ່ອງ​ຮອຍ​ປະ​ທານ ໂຮ່​ຈິ​ມິນ

ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ສະແດງຄວາມເຄົາລົບນັບຖືທ່ານປະທານໂຮ່ຈິມິນ;
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Adylbek Kasymaliev ນາຍົກລັດຖະມົນຕີ ສ. Kyrgyzstan ແຕ່ວັນທີ 6-7 ມີນາ, ຕອນເຊົ້າວັນທີ 7 ມີນາ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ໄປຢ້ຽມຢາມເຂດຮ່ອງຮອຍປະທານ ໂຮ່ຈິມິນ ທີ່ທຳນຽບປະທານປະເທດຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ໄປວາງພວງມາລາຢູ່ສຸສານປະທານ ໂຮ່ຈິມິນ.

  ຢູ່ເຂດຮ່ອງຮອຍປະທານ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳໃຫ້ ທ່ານນາຍົກລັດຖະມົນຕີ Adylbek Kasymaliev ກ່ຽວກັບເຮືອນຮ້ານຂອງລຸງ ໂຮ່, ພ້ອມດ້ວຍຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ຜູ້ຍິງໃຫ່ຍ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ.

    ສ່ວນທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ສະແດງຄວາມເຄົາລົບນັບຖືທ່ານປະທານໂຮ່ຈິມິນ; ທ່ານສະແດງຄວາມປະທັບໃຈຕໍ່ພື້ນຖານວັດທະນະທຳ, ມູນເຊື້ອປະຫວັດສາດ ຫວຽດນາມ ແລະ ຕີລາຄາສູງລົດຊາດກາເຟ, ວັດທະນະທຳກາເຟ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫ້ອງຮຽນພາສາ ຫວຽດ ພິເສດຢູ່ປະເທດ ໄທ

ຫ້ອງຮຽນພາສາ ຫວຽດ ພິເສດຢູ່ປະເທດ ໄທ

ບໍ່ໃຫຍ່ໂຕ, ບໍ່ອວດອ້າງ, ບັນດາຄູອາຈານທີ່ມີອາຍຸສູງຊາວ ຫວຽດນາມ ຍັງປະກອບສ່ວນຢ່າງມິດງຽບ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນໃນໄລຍະປະເທດຊາດພວມຫັນປ່ຽນ, ມິດງຽບເພື່ອຫວັງອະນາຄົດທີ່ຮຸ່ງເຮືອງກວ່າໃຫ້ແກ່ປະເທດ ຫວຽດນາມ.

Top