• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ຄູ​ອາ​ຈານ​ດີ​ເດັ່ນ

ຄູອາຈານ 60 ທ່ານເຂົ້າຮ່ວມເຫດການແມ່ນຜູ້ທີ່ໄດ້ປະກອບສ່ວນເປັນຢ່າງດີ ເຂົ້າໃນພາລະກິດການສຶກສາ ແລະ ບຳລຸງສ້າງຂອງປະເທດຊາດ ຊື່ງຕາງໜ້າໃຫ້ແກ່ຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາໃນທົ່ວປະເທດ 1.6 ລ້ານຄົນ.
(ພາບ: VOV)

ຕອນບ່າຍວັນທີ 15 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບຜູ້ຕາງໜ້າບັນດາຄູອາຈານດີເດັ່ນ ທີ່ມາຈາກບັນດາເຂດພາກໃນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຫວຽດນາມ ຄືວັນທີ 20 ພະຈິກ.  ຄູອາຈານ 60 ທ່ານເຂົ້າຮ່ວມເຫດການແມ່ນຜູ້ທີ່ໄດ້ປະກອບສ່ວນເປັນຢ່າງດີ ເຂົ້າໃນພາລະກິດການສຶກສາ ແລະ ບຳລຸງສ້າງຂອງປະເທດຊາດ ຊື່ງຕາງໜ້າໃຫ້ແກ່ຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາໃນທົ່ວປະເທດ 1.6 ລ້ານຄົນ.

     ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາມ, ສູ້ຊົນ, ການອຸທິດສ່ວນຂອງຖັນແຖວຄູອາຈານເວົ້າສະເພາະ ແລະ ທົ່ວລະບົບການສຶກສາ ແລະ ບຳລຸງສ້າງເວົ້າລວມ ໃຫ້ແກ່ພາລະກິດກໍ່ສ້າງມະນຸດ. ທ່ານເນັ້ນໜັກວ່າ ມຸ່ງໄປເຖິງສັງກາດໃໝ່, ສັງກາດບຸກບືນຂອງຊາດ, ການສຶກສາສືບຕໍ່ແມ່ນລັດຖະນະໂຍບາຍອັນດັບໜຶ່ງ; ພາລະກິດການສຶກສາ ແລະ ບຳລຸງສ້າງຕ້ອງປ່ຽນໃໝ່ໂດຍພື້ນຖານ ແລະ ຮອບດ້ານກ່ວາອີກ.

  ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສວ່ນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ, ທຸກຄົນ, ທຸກຄອບຄົວ, ພໍ່ແມ່ນັກຮຽນໝົດທຸກຄົນ…ຈົ່ງພ້ອມກັນຮຽງບ່າຮຽງໄລ່ກັບຂະແໜງການສຶກສາ ແລະ ບຳລຸງສ້າງ, ຮ່ວມແຮງຮ່ວມໃຈກັບບັນດາຄູອາຈານໃນພາລະກິດ “ກໍ່ສ້າງມະນຸດ” ເພື່ອກໍ່ສ້າງລຸ້ນອະນາຄົດຂອງປະເທດສາມາດພັດທະນາຮອບດ້ານ./.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top