ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນ ຕໍ່ປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ ເງະອານ
ຖະຫວາຍດອກໄມ້, ຈູດທູບໄວ້ອາໄລຢູ່ວິຫານ ຈູງເຊີນ ແລະ ຖະຫວາຍດອກໄມ້, ຈູດທູບໄວ້ອາໄລປະທານ ໂຮ່ຈີມິນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກິມລຽນ (ຕາແສງ ກິມລຽນ, ເມືອງ ນາມດານ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດການປະຕິວັດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຕໍ່ສູ້ໃຫ້ແກ່ພາລະກິດຍາດເອົາສັນຕິພາບ ແລະ ຄວາມຜາສຸກມາໃຫ້ຊາດ ຫວຽດນາມ ແລະ ປະຊາຊົນໃນທົ່ວໂລກ; ປະຕິຍານວ່າຈະສືບຕໍ່ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບົດ, ແບບແຜນການດຳລົງຊີວິດຂອງສູງສົ່ງຂອງເພິ່ນ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ວັດທະນາຖາວອນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ໄດ້ໄປຖະຫວາຍດອກໄມ້, ຈູດທູບໄວ້ອາໄລ ຢູ່ເຂດປູຊະນີຍະສະຖານ ປະຫວັດສາດແຫ່ງຊາດ ຈວງໂບ່ນ ຢູ່ຕາແສງ ໝີເຊີນ, ເມືອງໂດເລືອງ, ແຂວງ ເງະອານ.