• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຕວັກ​ກີ Omer Bolat

ໃນໂຄງການຢ້ຽມຢາມ ສ.ຕວັກກີ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ກະຊວງກນາຄ້າ ຕວັກກີ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ສອງປະເທດ ຊຸກຍູ້ບາງມາດຕະການລະອຽດ ເພື່ອເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA)  ຫວຽດນາມ - ຕວັກກີ ໃນໄລຍະເໝາະສົມໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຈັດກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ຕວັກກີ ຢູ່ Ankara ໃນປີໜ້າ, ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ.

ສ່ວນທ່ານລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດບຸລິມະສິດແຖວໜ້າຂອງ ຕວັກກີຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານໃຫ້ຮູ້ວ່າ ພາຍຫຼັງບັນດາໂຄງການລົງທຶນທີ່ປະສົບຜົນສຳເລັດໃນເບື້ອງຕົ້ນ, ນັບມື້ນັບມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ຕວັກກີມີຄວາມເອົາໃຈໃສ່ຕໍ່ຕະຫຼາດ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງຕວັກກີ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top