• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Sue Lines ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຂອບອົກຂອບໃຈທ່ານນາງ Sue Lines ປະທານສະພາສູງ, ການນຳ, ລັດຖະບານ ແລະ ປະຊາຊົນ ອົດສະຕາລີທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕອນບ່າຍວັນທີ 24 ກໍລະກົດ  ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ, ເນື່ອງໃນໂອກາດ ມາຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຂອບອົກຂອບໃຈທ່ານນາງ  Sue Lines ປະທານສະພາສູງ, ການນຳ, ລັດຖະບານ ແລະ ປະຊາຊົນ ອົດສະຕາລີທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ເນັ້ນໜັກວ່າເລື່ອງທ່ານນາງ Sue Lines ມາຫວຽດນາມ ເພື່ອເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີທີ່ພວມມີການພັດທະນາຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top