• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກິ່ນ​ເທີ

ຕອນເຊົ້າວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແບບທາງໄກ.

ຕອນເຊົ້າວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແບບທາງໄກ. 

  

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ເກິ່ນເທີ. (ພາບ: TTXVN)


ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2021.

        ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຜັນຂະຫຍາຍໂຄງການຟື້ນຟູພັດທະນາເສດຖະກິດ ດ້ວຍເປົ້າໝາຍແມ່ນຟື້ນຟູໂດຍໄວ ແລະ ຍືນຍົງດ້ວຍ 4 ຂົງເຂດ. ຂົງເຂດສາທາລະນະສຸກ, ເປັນຕົ້ນແມ່ນການແພດປ້ອງກັນ, ການແພດຂັ້ນຮາກຖານ, ຢຸກຢາ ແລະ ວັກຊິນ. ການໜູນຊ່ວຍສະວັດດີການສັງຄົມ ດ້ວຍທິດນຳທີ່ວ່າ ບໍ່ປະໃຫ້ຜູ້ໃດຖືກໄວ້ຢູ່ທາງຫຼັງ, ຫຼຸດຄ່າໂທລະຄົມມະນາຄົມ, ຄ່າໃຊ້ໄຟຟ້າລົງ; ຕໍ່ເວລາ ການຍົກເວັ້ນ ແລະ ຫຼຸດເງິນຄ່າເຊົ່າທີ່ດິນ. ລົງທຶນໃສ່ພື້ນຖານໂຄງລ່າງທັງຊຸກຍູ້ການເຕີບໂຕດ້ານເສດຖະກິດ, ທັງພັດທະນາພື້ນຖານໂຄງລ່າງຕາມ 3 ຂອດບຸກທະລຸ, ເປີດກວ້າງຂົງເຂດພັດທະນາໃໝ່.

      ສຳລັບນະຄອນເກິ່ນເທີແລ້ວ, ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ, ລັດຖະບານ ໄດ້ຍົກອອກ 8 ໝວດມາດຕະການ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນເກິ່ນເທີ ສືບຕໍ່ຄວບຄຸມພະຍາດໂຄວິດ -19 ໃຫ້ເປັນຢ່າງດີ; ພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ສັງຄົມ; ປະຕິບັດໂຄງການຄົມມະນາຄົມເຊື່ອມຕໍ່ເຂດໃຫ້ສຳເລັດ… ຄົ້ນຄ້ວາຜັນຂະຫຍາຍທາງລົດໄຟເຊື່ອມຕໍ່ນະຄອນໂຮ່ຈີມິນ ແລະ ກາເມົາ, ພັດທະນາເສັ້ນທາງທິດຕາເວັນຕົກຂອງນະຄອນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top