• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມິ​ສິດ​ເລືອກ​ຕັ້ງ ນະ​ຄອນ ເກີ່ນ​ເທີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການສືບຕໍ່ລວບລວມ, ອະພິປາຍ, ຮັບເອົາຄຳເຫັນ ແລະ ແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ ເກີ່ນເທີ ແມ່ນນະຄອນ ສູນກາງ, ຕັ້ງຢູ່ຈຸດໃຈກາງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ  

ຕອນເຊົ້າວັນທີ 13 ຕຸລາ, ຢູ່ນະຄອນ ເກີ່ນເທີ, ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະໂອ້ລົມກັບຜູ້ມີສິດເລືອກຕັ້ງ ທີ່ເປັນພະນັກງານຄຸ້ມຄອງ, ພະນັກງານຂະແໜງສາທາລະນະສຸກ, ຜູ້ຕາງໜ້າຜູ້ມີສິດເລືອກຕັ້ງເມືອງ ນິງກ່ຽວ, ກ໊າຍຣັງ, ເມືອງ ຟອງດຽນ ແລະ ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ນະຄອນ ເກີ່ນເທີ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການສືບຕໍ່ລວບລວມ, ອະພິປາຍ, ຮັບເອົາຄຳເຫັນ ແລະ ແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ ເກີ່ນເທີ ແມ່ນນະຄອນ ສູນກາງ, ຕັ້ງຢູ່ຈຸດໃຈກາງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເພື່ອໃຫ້ນະຄອນ ເກີ່ນເທີພັດທະນາໃຫ້ກາຍເປັນຕົວເມືອງແກ່ນສານຂອງເຂດ ແລະ ກາຍເປັນກຸຸ່ມນະຄອນພັດທະນາໃນລະດັບດີສົມຄວນຢູ່ ອາຊີ, ແມ່ນຕ້ອງມີການເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈ, ຄວາມເຫັນດີເຫັນພ້ອມ ແລະ ການກະທຳຢ່າງຂ້ຽວຂາດ, ມີປະສິດທິພາບ, ປະສິດທິຜົນຂອງທັງລະບົບການເມືອງ, ປະຊາຊົນ ແລະ ວິສາຫະກິດ. ລັດຖະບານ, ນາຍົກລັດຖະມົນຕີ ຈະພ້ອມກັນຮ່ວມເດີນທາງກັບອຳນາດການປົກຄອງ, ປະຊາຊົນນະຄອນ ເກີ່ນເທີ ປະຕິບັດບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top