• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Woo Won – shik

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ, ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik.
ການພົບປະໂອ້ລົມລະຫວ່າງສອງຝ່າຍ (ພາບ: Dương Giang-TTXVN)

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Woo Won – shik  ຢັ້ງຢືນວ່າ ສະພາແຫ່ງຊາດ ສ.ເກົາຫຼີ ຈະຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ, ໜູນຊ່ວຍລັດຖະບານສອງປະເທດໃນການປະຕິບັດໂຄງການດຳເນີນງານຜັນຂະຫຍາຍຂອບເຂດການພົວພັນໃໝ່ຢ່າງແທດຈິງ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ.

ການນຳສອງຝ່າຍເຫັນດີເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ຫຼາຍກວ່າອີກ; ແບ່ງປັນບົດຮຽນປະສົບການໃນການສ້າງກົດໝາຍ, ສ້າງລະບອບລະບຽບການຮັບໃຊ້ການພັດທະນາແບບຍືນຍົງ ແລະ ຫັນເປັນດີຈີຕອນ, ຫັນເປັນສີຂຽວ; ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດສອງປະເທດໃນການໜູນຊ່ວຍລັດຖະບານສອງປະເທດຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ໃນນັ້ນ ມີການປະຕິບັດເປົ້າໝາຍນຳວົງເງິນການຄ້າບັນລຸ 100 ຕື້ USD ໃນປີ 2025 ຢ່າງສຳເລັດ.  

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung. ນະທີ່ນີ້, ທ່ານປະທານ Samsung ໃຫ້ຮູ້ວ່າ ດ້ວຍຖານະນັກລົງທຶນຕ່າງປະເທດໃຫຍ່ສຸດ, ບໍລິສັດຜະລິດໃຫຍ່ສຸດຂອງ ຫວຽດນາມ, Samsung ໃຫ້ຄຳໝັ້ນສັນຍາ ຍາມໃດກໍຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາແບບຍືນຍົງ. ໃນນັ້ນ, Samsung ມີແຜນການລົງທຶນຢ່າງແຮງໃນໄລຍະ 3 ປີຈະມາເຖິງ ເພື່ອໃຫ້ໂຮງງານຢູ່ ຫວຽດນາມ ກາຍເປັນສູນຜະລິດ ໂມດູນ ໃຫຍ່ສຸດຂອງຂອງກຸ່ມບໍລິສັດໃນທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung (ພາບ: Dương Giang-TTXVN )

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ Samsung ສືບຕໍ່ເປີດກວ້າງການລົງທຶນ, ເປີດກວ້າງຕະຫຼາດ, ຫັນລະບົບສະໜອງ, ລະບົບຮ່ວມສໍາພັນເປັນຫຼາຍຮູບຫຼາຍແບບ, ຖື ຫວຽດນາມ ແມ່ນສູນຜະລິດຍຸດທະສາດ, ຄົ້ນຄວ້າ - ພັດທະນາ ແລະ ຜະລິດບັນດາຜະລິດຕະພັນຫຼັກແຫຼ່ງອອກສູ່ຕະຫຼາດສາກົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ຍູ້ແຮງບັນດາການເຄື່ອນໄຫວຂອງສູນ R&D ຂອງ Samsung ຢູ່ ຮ່າໂນ້ຍ; ໜູນຊ່ວຍສ້າງແຫຼ່ງບຸກຄະລາກອນຄຸນນະພາບສູງໃນຂົງເຂດທີ່ຫາກໍພົ້ນເດັ່ນ, ໜູນຊ່ວຍ ຫວຽດນາມ ໃນການຊຸກຍູ້ນະວັດຕະກຳ, ເລີ່ມຕົ້ນທຸລະກິດ, ຄົ້ນຄວ້າ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top