• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ Luiz Inacio Lula da Silva

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງໂຄງການດຳເນີນງານຂອງ ກອງປະຊຸມ G20 ປີນີ້ ສຸມໃສ່ປຶກສາຫາລືກ່ຽວກັບບັນຫາລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ການພັດທະນາແບບຍືນຍົງ ແລະ ການປະຕິຮູບການຄຸ້ມຄອງທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva (ພາບ: VGP)

ໃນຂອບເຂດການເດີນທາງປະຕິບັດງານຢູ່ ບຣາຊິນ, ເຂົ້າຮ່ວມກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ  - G20 ຢູ່ນະຄອນ Rio de Janeiro, ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທາບໍດີ ບຣາຊິນ Luiz Inacio Lula da Silva.

ໃນການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງໂຄງການດຳເນີນງານຂອງ ກອງປະຊຸມ G20 ປີນີ້ ສຸມໃສ່ປຶກສາຫາລືກ່ຽວກັບບັນຫາລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ການພັດທະນາແບບຍືນຍົງ ແລະ ການປະຕິຮູບການຄຸ້ມຄອງທົ່ວໂລກ, ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຂອງບັນດາປະເທດພວມພັດທະນາ. ສ່ວນທ່ານປະທານາທາບໍດີ ບຣາຊິນ Luiz Inacio Lula da Silva ເຊື່ອໝັ້ນວ່າດ້ວຍແນວທາງການຕ່າງປະເທດທີ່ຕັ້ງໜ້າ, ເປັນເຈົ້າການ, ມີວິໄສທັດ, ປະສົບການພັດທະນາຂອງປະເທດລະດັບປານກາງທີ່ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳສາກົນ, ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ.

ກ່ຽວກັບການພົວພັນສອງຝ່າຍ, ທ່ານປະທານາທິບໍດີ Lula da Silva ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບເລື່ອງ ບຣາຊິນຮັບຮູ້ຂໍ້ກຳນົດລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ, ກໍ່ຄືເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ໃນປີ 2025 ໂດຍໄວ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ທັງສອງຝ່າຍ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top