• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ການ​ສ້າງ ແລ​ະ ປັບ​ປຸງ 3 ຈຸດ​ສຸມ​ໃນ​ການ​ຫັນ​ເປັນດີ​ຈີ​ຕອນ

ຕອນເຊົ້າວັນທີ 31 ສິງຫາ, ຢູ່ນະຄອນ ດ່ານັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະກ່ຽວກັບການຍົກສູງປະສິດທິຜົນການສະໜອງ ແລະ ນຳໃຊ້ການບໍລິການຂອງລັດຜ່ານເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ, ພັດທະນະລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
(ພາບ: VOV)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປະກອບຄວາມເຫັນ ກ່ຽວກັບສະພາບການ, ໝາກຜົນການຜັນຂະຫຍາຍ ການບໍລິການຂອງລັດຜ່ານເຄືອຂ່າຍອິນເຕີແນັດ ແລະ ໜ້າທີ່, ມາດຕະການຈຸດສຸມ ເພື່ອຍົກສູງປະສິດທິຜົນຂອງການບໍລິການຂອງລັດຜ່ານເຄືອຂ່າຍອິນເຕີແນັດໃນໄລຍະທີ່ຈະມາເຖິງ. ກ່ຽວກັບທັດສະນະ, ການກຳນົດທິດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

  ຕ້ອງສຸ່ມໃສ່ເປົ້າໝາຍຫລຸດຜ່ອນຄ່າໃຊ້ຈາຍ, ເວລາປະຕິບັດໃນລະດັບຕ່ຳສຸດ, ສ້າງເງື່ອນໄຂສະດວກທີ່ສຸດ, ຮັບໃຊ້ໃຫ້ແກ່ ປຊຊ, ວິສາຫະກິດ ເປັນຢ່າງດີທີ່ສຸດ; ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ເຂົາເຈົ້າປະຕິບັດການບໍລິການຂອງລັດຜ່ານເຄືອຂ່າຍອິນເຕີແນັດ. ຜັນຂະຫຍາຍຢ່າງມີປະສິດທິຜົນ 2 ເສົາຄ້ຳ; ສ້າງ ແລະ ປັບປຸງ 3 ຈຸດສຸມແມ່ນ: ຫັນເປັນນິຕິກຳ, ດີຈີຕອນ, ອັດຕະໂນມັດ, ມຸ່ງໄປເຖິງ3 ບໍ່ຄື: ບໍ່ໃຊ້ເອກະສານເຈ້ຍ, ບໍ່ໃຊ້ເງິນສົດ, ບໍ່ສຳຜັດຖ້າກົດໝາຍບໍ່ຮຽກຮ້ອງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top