ຂ່າວສານ
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ຕ້ອນຮັບປະທານສະມາຄົມມິດຕະພາບ ລາວ - ຫວຽດ
ຕອນບ່າຍວັນທີ 01 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ຫວຽດນາມ ນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດຄະນະມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມບັນດາກິດຈະກຳສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ - ລາວ ສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວດ້ວຍຮູບແບບ, ເນື້ອໃນໃຫ້ອຸດົມສົມບູນ, ຫຼາຍຮູບແບບ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ ແລະ ເພີ່ມທະວີການຮ່ວມມື,ຜູກພັນລະຫວ່າງປະຊາຊົນສອງປະເທດ. ໄປຄຽງຄູ່ກັນນັ້ນ, ຕ້ອງສົມທົບກັນສ້າງກຳນົດທິດໃນຍຸກສະໄໝໃໝ່, ປະກອບສ່ວນຜັນຂະຫຍາຍບັນດາໂຄງການ, ແຜນການ, ຂໍ້ຕົກລົງທີ່ໄດ້ລົງນາມ, ຖະແຫຼງການຮ່ວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.
ສ່ວນທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ຢັ້ງຢືນວ່າ ໃນຈຸດເວລາຈະມາເຖິງ, ສະມາຄົມມິດຕະພາບສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາພັນທະ, ໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າເກົ່າ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ.