• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງຊວັນ ໄປ​ຢ້ຽມ​ຢາມ,ມອບ​ຂອງ​ຂັວນ​ຢູ່​ແຂວງ ຕຽນ​ຢາງ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ໃນການໄປປະຕິບັດງານ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ວັນທີ 21 ກັນຍາ, ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ແລະ ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຫ້ອງວ່າການປະທານປະເທດ ໄດ້ມາຢ້ຽມຢາມ, ມອບຂອງຂວັນ ຢູ່ແຂວງ ຕຽນຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພ້ອມທັງປະຕິບັດວຽກງານຮັບປະກັນຊີວິດສັງຄົມ ໃຫ້ເປັນຢ່າງດີ, ເອົາໃຈໃສ່ເຖິງບັນຫາວຽກເຮັດງານທຳ, ລາຍຮັບ, ການເບິ່ງແຍງດູແລຊີວິດດ້ານຈິດໃຈຂອງປະຊາຊົນ.

ທ່ານນາງ ຫວໍທິແອັງຊວັນ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍກາງສະໜາມເລກ 2 (ຢູ່ຕາແສງ ເຟືອກແທັກ, ນະຄອນ ໝີທໍ), ໄປຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຂອງບໍລິສັດຈຳກັດ ດ້າຍແທັງ, ຢູ່ຕາແສງ ຊອງທ້ວນ, ເມືອງ ເຈົາແທັງ, ແຂວງຕຽນຢາງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top