• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ ປາ​ແລັດ​ສະ​ຕິນ Mahmoud Abbas, ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ.
  ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ (ພາບ: baoquocte.vn)  

ຕອນ​ເຊົ້າ​ວັນ​ທີ 22 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ ປາ​ແລັດ​ສະ​ຕິນ Mahmoud Abbas, ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ, ການ​ນຳ​ຜູ້​ດີ​ເດັ່ນ​ຂອງ ຫວຽດ​ນາມ, ສັນ​ຍາ​ລັກ​ແຫ່ງຄຸນນະທາດ ແລະ ພູມ​ປັນ​ຍາ​ການ​ທູ​ດ​ປະ​ຕິ​ວັດ ຫວຽດ​ນາມ, ພ້ອມ​ທັງ​ແມ່ນ​ເພື່ອນ​ຜູ້​ສັດ​ຊື່​ບໍ​ລິ​ສຸດຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ.

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Saadi Salama ຊີ້​ແຈ້ງວ່າ ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ ບໍ່​ພຽງ​ແຕ່​ສະ​ແດງ​ຄວາມ​ຮັບ​ຮູ້​ສຳ​ລັບ​ບັນ​ດາ​ການ​ປະ​ກອບສ່ວນຍາວນານ​ຂອງ​ທ່ານ​ນາງ ຫງວຽນ​ທິ​ບິ່ງ​ ໃນ​ພາ​ລະ​ກິດ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ສັນ​ຕິ​ພາບ ແລະ ຄວາມ​ຍຸ​ຕິ​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ຫຼົ້ນ​ເຫຼືອ​ຂອງ ລັດ ແລະ ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ທີ່​ມີ​ຕໍ່​ເພື່ອນ​ຜູ້​ໜຶ່ງ​ທີ່ຍ​າມ​ໃດ​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນ ​ຢ່າງ​ຈິງ​ໃຈ ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ພົບ​ປະ​ກັບ​ຜູ້​ແທນ 100 ຄົນ​ໃນ​ລາຍ​ການ ວຽກ​ດີ​ຄົນ​ເດັ່ນ ຂອງວິ​ທະ​ຍຸ​ໂທ​ລະ​ພາບ ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ພົບ​ປະ​ກັບ​ຜູ້​ແທນ 100 ຄົນ​ໃນ​ລາຍ​ການ “ວຽກ​ດີ​ຄົນ​ເດັ່ນ” ຂອງວິ​ທະ​ຍຸ​ໂທ​ລະ​ພາບ ຫວຽດ​ນາມ

“ຈົ່ງຖື​ເປັນ​ສຳ​ຄັນ​ມາດ​ຕະ​ຖານ​ຄວາມ​ເປັນ​ມະ​ນຸດ ຫວຽດ​ນາມ​ ໃນ​ສະ​ໄໝ​ໃໝ່ ແລະ ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່ອວຍ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ວຽກ​ດີ​ຄົນ​ເດັ່ນ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ແຜ່​ກະ​ຈາຍ​..."

Top