• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມສະຫລຸບຂອງສະພາທິດສະດີສູນກາງ

      ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອ່ນອື່ນໝົດ, ສະພາທິດສະດີສູນກາງຕ້ອງມີສະຕິຄວາມຮັບຮູ້ຄວາມຮຽກຮ້ອງທິດດີສະດີການເມືອງໃນໄລຍະໃໝ່ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ;
(ພາບ: TTXVN)
      ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫລຸບອາຍຸການ 2016-2021 ຂອງສະພາທິດສະດີສູນກາງ,  ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ໃນ 5 ປີຜ່ານມາ, ສະພາທິດສະດີສູນກາງໄດ້ປ່ຽນແປງໃໝ່ຮູບແບບ ແລະ ວີທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການເຕົ້າໂຮມບັນດານັກວິທະຍາສາດ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ; ສືບທອດຜົນງານປະສົບການຂອງບັນດາອາຍຸການກ່ອນ, ບັນລຸໄດ້ບັນດາບາດກ້າວພັດທະນາທີ່ໜ້າຮັບຮູ້, ປະຕິບັດສຳເລັດພາລະໜ້າທີ່, ໜ້າທີ່ທີ່ໄດ້ມອບໝາຍ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງພັກ ແລະ ປະເທດຊາດ. ເມື່ອເຕື້ອງເຖິງທິດທາງວຽກງານຂອງສະພາທິດສະດີສູນກາງໃນອາຍຸການໃໝ່, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອ່ນອື່ນໝົດ, ສະພາທິດສະດີສູນກາງ ຕ້ອງມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ຄຳຮຽກຮ້ອງທິດດີສະດີການເມືອງໃນໄລຍະໃໝ່; ສຸມໃສ່ຍົກສູງຄຸນນະພາບສະຫລຸບພຶດຕິກຳຕົວຈິງ, ຄົ້ນຄ້ວາທິດສະດີກ່ວາອີກ; ຍົກສູງຄຸນນະພາບ, ປະສິດທິຜົນໃນການໃຫ້ຄຳປຶກສາກ່ຽວກັບທິດສະດີການເມືອງ ຊ່ວຍຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ຊີ້ນຳ ນຳພາ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
   ສະພາຕອ້ງມີຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອສ້າງໄດ້ລະບົບບັນດາທິດສະດີພຶດຕິກຳຕົວຈິງທີ່ ມີລັກສະນະວິທະຍາສາດຢ່າງແທດຈິງ ມິລັກສະນະຕໍ່ສູ້, ກຳລັງເກັ້ຍກ່ອມສູງ ຮັບໃຊ້ຢ່າງແທດຈິງ ແລະ ມີປະສິດທິຜົນ ໃຫ້ແກ່ການຕໍ່ສູ້ດ້ານແນວຄິດທິດສະດີ ກັບບັນດາອິດທິກຳລັງທີ່ເປັນປໍລະປັກທີ່ໄດ້ ແລະ ພວມດຳເນີນໄປຢ່າງຂ້ຽວຂາດ
 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top