• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ອວຍພອນເນື່ອງໃນໂອກາດບຸນເຕັດຢູ່ສຳນັກງານອົງຄະນະພັກນະຄອນຫຼວງຮ່າໂນ້ຍ

      ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຍັງໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ທາງນະຄອນຕ້ອງມີການກຳນົດທິດພັດທະນາ, ຕ້ອງສືບຕໍ່ປຶກສາຫາລື ເພື່ອວາງອອກຫຼາຍມາດຕະການທີ່ແທດຈິງ.
ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການອວຍພອນບຸນເຕັດ (ພາບ: VOV)
          ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2022), ອວຍພອນລະດູບານໃໝ່ ປີຂານ 2022, ຕອນຄ່ຳວັນທີ 31 ມັງກອນ, ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ອວຍພອນຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ ຢູ່ສຳນັກງານອົງຄະນະພັກນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດບຸນເຕັດ.
ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ອວຍພອນຜູ້ອອກແຮງງານນະຄອນຫຼວງ (ພາບ: VOV)
      ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຢືນຢັນວ່າ, ປີ 2021 ໄດ້ອັດລົງດ້ວຍບັນດາເຫດການ ແລະ ຂີດໝາຍທີ່ໜ້າຈົດຈຳ, ໂດຍພາຍໃຕ້ການນຳພາຂອງພັກ, ຄວາມເຫັນດີເຫັນພ້ອມຂອງທົ່ວກອງທັບ, ທົ່ວປວງຊົນ, ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານທີ່ສຳຄັນໃນທຸກຂົງເຂດ, ໃນນັ້ນ ມີການປະກອບສ່ວນຂອງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ. ແຕ່ເຖິງແນວນັ້ນກໍ່ຕາມ,    ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຍັງໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ທາງນະຄອນຕ້ອງມີການກຳນົດທິດພັດທະນາ, ຕ້ອງສືບຕໍ່ປຶກສາຫາລື ເພື່ອວາງອອກຫຼາຍມາດຕະການທີ່ແທດຈິງ ດ້ວຍວິໃສທັດຍາວນານກ່ວາອີກ ເພື່ອສົມເປັນທີ່ຕັ້ງສຳຄັນ ແລະ ຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບ, ກໍ່ສ້າງນະຄອນຫຼວງນັບມື້ນັບຮັ່ງມີສວຍງາມ, ສິວິໄລ, ທັນສະໄໝ.
   ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ດິງຕຽນຢຸງ ຢືນຢັນວ່າ ຈະຫັນບັນດາຄຳຊີ້ນຳຂອງທ່ານເລຂາທິການໃຫ່ຍເປັນລາຍການ, ແຜນການປະຕິບັດງານ; ເສີມຂະຫຍາຍມູນເຊື້ອສາມັກຄີ, ຕັດສິນໃຈດ້ວຍເຈດຈຳນົງສູງສຸດ ປະຕິບັດເປົ້າໝາຍກໍ່ສ້າງນະຄອນຫຼວງນັບມື້ນັບຮັ່ງມີສວຍງາມ, ສິວິໄລ, ທັນສະໄໝ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top