• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ

      ວັນທີ 1 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ ເພື່ອໃຫ້ຄຳເຫັນໃສ່ແຜນຮ່າງປັບປຸງ ແລະ ເພີ່ມເຕີມຂໍ້ຕົກລົງເລກທີ່ 163-ຂຕສກ, ວັນທີ 1 ກຸມພາປີ 2013 ຂອງກົມການເມືອງຊຸດທີ 11....
      ກ່ຽວກັບພາລະໜ້າທີ່, ສິດອຳນາດ, ກົນໄກການເຮັດວຽກ, ການພົວພັນວຽກງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ແຜນຮ່າງປັບປຸງ ແລະ ເພີ່ມເຕີມຂໍ້ຕົກລົງທີ່ 159-ຂຕສກ, ວັນທີ 28 ທັນວາປີ 2012 ຂອງກົມການເມືອງຊຸດທີ 11 ກ່ຽວກັບພາລະໜ້າທີ່, ອົງການຈັດຕັ້ງຂອງຄະນະການເມືອງພາຍໃນສູນກາງພັກ.
  ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ: ພາຍຫຼັງເວລາກ່ວາ 6 ປີປະຕິບັດຂໍ້ຕົກລົງເລກທີ 159 ຂອງກົມການເມືອງ, ຄະນະການເມືອງພາຍໃນສູນກາງພັກ ໄດ້ຜັນຂະຫຍາຍຫຼາຍວຽກງານ, ຮອບດ້ານພໍສົມຄວນ, ຕັ້ງໜ້າ, ເປັນເຈົ້າການຄົ້ນຄ້ວາ, ເປັນທີ່ປຶກສາ, ສະເໜີຫຼາຍແຜນນະໂຍບາຍ, ທັດສະນະ, ການກຳນົດທິດໃຫ່ຍຂອງພັກ ກ່ຽວກັບວຽກງານການເມືອງພາຍໃນ; ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະຕິບັດໜ້າທີ່ອົງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນຢ່າງດີ, ເດັດດ່ຽວ, ຂ້ຽວຂາດໃນການເປັນທີ່ປຶກສາ, ຊີ້ນຳແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວລະດັບການສືບສວນ, ຟ້ອງສານດຳເນີນຄະດີ, ພິພາກສາບັນດາຄະດີ, ແກ້ໄຂບັນດາເຫດການສໍ້ລາດບັງຫຼວງ, ເສດຖະກິດຮ້າຍແຮງ, ສັບສົນ ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ. ຕິດແທດຂໍ້ຕົກລົງເລກທີ 163 ຂອງກົມການເມືອງຊຸດທີ 11, ໃນເວລາກ່ວາ 6 ປີຜ່ານມາ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງມີຄວາມຕັດສິນໃຈສູງ, ຊີ້ນຳຢ່າງຂ້ຽວຂາດ, ມີວິທະຍາສາດ, ແໜ້ນແຟ້ນ, ມີແບບແຜນ, ສົມທົບກັນຢ່າງລະອຽດ… ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຄະນະການເມືອງພາຍໃນສູນກາງ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ, ປັບປຸງພັກ, ວຽກງານການເມືອງພາຍໃນ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ

Top