• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງ ງອັກຫຽນ, ແຂວງ ກ່າເມົາ

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາໝາກຜົນທີ່ອຳນາດການປົກຄອງ ແລະ ປະຊາຊົນບ້ານ ມຸຍ, ຕາແສງ ເດີດມຸຍ, ເມືອງ ງອັກຫຽນ ບັນລຸໄດ້ໃນໄລຍະຜ່ານມາ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງ ງອັກຫຽນ, ແຂວງ ກ່າເມົາ (ພາບ: TTXVN)

ຕອນເຊົ້າວັນທີ 17 ພະຈິກ, ຢູ່ແຂວງ ກ່າເມົາ, ໄດ້ຈັດພິທີສະເຫຼີມສະຫຼອງ 94 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2024), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບພໍ່ແມ່ປະຊາຊົນໃນບໍລິເວນຕາແສງ ເດີດມຸຍ, ເມືອງ ງອັກຫຽນ, ແຂວງ ກ່າເມົາ.

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາໝາກຜົນທີ່ອຳນາດການປົກຄອງ ແລະ ປະຊາຊົນບ້ານ ມຸຍ, ຕາແສງ ເດີດມຸຍ, ເມືອງ ງອັກຫຽນ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ອຳນາດການປົກຄອງທຸກຂັ້ນໃນບໍລິເວນແຂວງ ສືບຕໍ່ປະຕິບັດບັນດານະໂຍບາຍ, ໂຄງການສັງຄົມ, ການຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ພິເສດເອົາໃຈໃສ່ເຖິງບັນດາຜູ້ມີຄຸນງາມຄວາມດີ, ບັນດາເປົ້າໝາຍມີຄວາມສ່ຽງສູງ, ປະຊາຊົນຢູ່ບັນດາບໍລິເວນທະເລ, ໝູ່ເກາະ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດຂອງແຂວງ.

ທ່ານເລຂາທິການໃຫຍ່ກໍ່ຮຽກຮ້ອງໃຫ້ການນຳແຂວງ ກ່າເມົາ ຈັດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ແກ່ບັນດາຊຸມຊົນ, ເພື່ອໃຫ້ວັນບຸນກາຍເປັນວັນບຸນຂອງຊຸມຊົນ, ຜ່ານນັ້ນ, ປຸກລະດົມນ້ຳໃຈຮັກຊາດຂອງປະຊາຊົນທຸກຊັ້ນວັນນະ, ເສີມຂະຫຍາຍກຳລັງແຮງຂອງປະຊາຄົມ ແລະ ມີຜົນກະທົບຫຼາຍຢ່າງເຖິງຊີວິດດ້ານການເມືອງ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົນນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະ ພໍ່ແມ່ປະຊາຊົນດີເດັນໃນບໍລິເວນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top