• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: ຮັບປະກັນໃຫ້ ປຊຊ ລ້ວນແຕ່ໄດ້ຊົມໃຊ້ບັນດາຜົນປະໂຫຍດຂອງການປ່ຽນແປງໃໝ່, ພັດທະນາ

ຫວຽດນາມ ໄດ້ເຕົ້າໂຮມບັນດາເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນ ແລະ ພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ)

ຕອນຄ່ຳວັນທີ 12 ພະຈິກ, ຢູ່ ຮ່າໂນ້ຍ, ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 94 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2024), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບພໍ່ແມ່ປະຊາຊົນບໍລິເວນບ້ານ ກວ໋ານແທັງ, ເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ.

        ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ, ຫວຽດນາມ ໄດ້ເຕົ້າໂຮມບັນດາເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນ ແລະ ພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ໃນໄລຍະຈະມາເຖິງຕ້ອງສືບຕໍ່ຊາບຊຶມທັດສະນະ “ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳຂອງທຸກແຜນນະໂຍບາຍ, ນະໂຍບາຍ”, “ຖືຄວາມຜາສຸກ, ອິມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ”, ຮັບປະກັນໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຊົມໃຊ້ບັນດາຜົນປະໂຫຍດຂອງການປ່ຽນແປງໃໝ່, ການພັດທະນາ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ທ່ານເລຂາທິການໃຫຍ່ ໂຕເລິມ, ແບ່ງປັນວ່າ:

        "ແຜນນະໂຍບາຍຂອງພັກ ແລະ ລັດທັງໝົດນັ້ນ ລ້ວນແຕ່ມຸ່ງໄປສູ່ຈຸດສຸມແມ່ນປະຊາຊົນ. ຂ້າພະເຈົ້າປາດຖະໜາວ່າ ພໍ່ແມ່ປະຊາຊົນໃນບໍລິເວນເມືອງສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດອັນສະຫງ່າລາສີ, ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມ ແລະ ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມເດີນທາງພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ຕັດສິນໃຈສູ້ຊົນສ້າງບ້ານ ກວ໋ານແທັງ, ກໍຄືບັນດາບ້ານໃນບໍລິເວນເມືອງ ບາດິ່ງ ແລະ ທົ່ວນະຄອນ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ທັນສະໄໝ".

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top