ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: “ຫວຽດນາມ ແລະ ອິນໂດເນເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື”
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາ ອາຊຽນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມການສົນທະນາວິສາຫະກິດ “ຫວຽດນາມ ແລະ ອິນໂດເນເຊີຍ: ການພົວພັນຄູ່ຮ່ວມມືເພື່ອຄວາມກ້າວໜ້າ ແລະ ວັດທະນາຖາວອນ”.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ, ບັນດາວິສາຫະກິດ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມບືນຕົວຂຶ້ນກາຍເປັນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ. ທ່ານຊີ້ແຈ້ງວ່າ, ບັນດາຂະແໜງ, ຂົງເຂດ, ຄື: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ; ການພັດທະນາຂະແໜງອຸດສາຫະກຳຊິບ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີການເງິນ, ສາທາລະນະສຸກ… ແມ່ນບັນດາຂະແໜງ, ຂົງເຂດທີ່ ຫວຽດນາມ ແລະ ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ພວມມີຄວາມຕ້ອງການດຶງດູດການລົງທຶນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:
“ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ຫວຽດນາມ ພວມໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກນັກລົງທຶນ ປະຊາຄົມສາກົນ; ມີຫຼາຍນັກລົງທຶນຕ່າງປະເທດໄດ້ເລືອກເອົາ ຫວຽດນາມ ແມ່ນສູນຜະລິດຍຸດທະສາດ, ເຊື່ອມຕໍ່ກັບບັນດາລະບົບສະໜອງທົ່ວໂລກ. ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດເປັນຕ່ອງໂສ້ສຳຄັນໃນລະບົບມູນຄ່າໂຄງສ້າງການລົງທຶນໃໝ່ຂອງໂລກ, ພິເສດແມ່ນໃນຂົງເຂດເອເລັກໂຕນິກ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ຊິບ, ເຄິ່ງຊັກນຳໄຟຟ້າ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ”.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມື, ດຳເນີນທຸລະກິດຫຼາຍສະບັບລະຫວ່າງບັນດາອົງການຈັ້ງຕັ້ງ ແລະ ວິສາຫະກິດຂອງ 2 ປະເທດ.