ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ
ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ແລະ ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ ແລະ ກໍ່ຢືນຢັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ຊົນເຜົ່າໃນໂລກ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດໃຫ້ສັດຕະຍາບັນເພື່ອໃຫ້ສົນທິສັນຍາມີຜົນບັງຄັບໃຊ້ໂດຍໄວ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດາປະເທດ, ອົງການຈັດຕັ້ງສາກົນຊຸກຍູ້ການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທາງໄຊເບີ ກໍຄືການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.
ສ່ວນທ່ານາງ Ghada Waly, ຜູ້ອຳນວຍການຝ່າຍບໍລິຫານ ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ຢືນຢັນຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ ແລະ ພິຈາລະນາສ້າງສູນບຳລຸງສ້າງກ່ຽວກັບອາດຊະຍາກຳໄຊເບີພາກພື້ນຢູ່ ຮ່າໂນ້ຍ.







