• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."
  ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: N.H.)  

ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງ ຄະນະຊີ້ນຳ, ຜັນຂະຫຍາຍໜ້າທີ່ຊຸມເດືອນທ້າຍປີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານເລຂາທິການໃຫຍ່ ໂຕເລິມ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກເຖິງ 8 ບັນຫາຈຸດສຸມທີ່ຕ້ອງຜັນຂະຫຍາຍປະຕິບັດນັບແຕ່ນີ້ຮອດທ້າຍປີ. ໃນນັ້ນ, ຫົວໜ້າບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້ຢ່າງຂ້ຽວຂາດ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການໝູນໃຊ້ການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງອຳນາດການປົກຄອງ 2 ຂັ້ນ.

“ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ຂ້າພະເຈົ້າຢາກເວົ້າຢ່າງຈະແຈ້ງວ່າ ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່; ຕ້ອງກາຍເປັນສູນຂໍ້ມູນໃຫຍ່ເພື່ອສັງລວມ, ວິເຄາະວິໄຈ, ແຈ້ງເຕືອນສະພາບການຢ່າງວ່ອງໄວ, ບໍ່ປະໃຫ້ຂໍ້ມູນຫວ່າງ, ບໍ່ມີການຫັນເປັນດີຈີຕອນ ແມ່ນຮູບແບບບໍລິຫານສອງຂັ້ນນີ້ ກໍຈະບໍ່ສາມາດເຄື່ອນໄຫວຢ່າງມີປະສິດທິຜົນໄດ້.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top