• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: “ການປະຢັດແມ່ນໜຶ່ງໃນ 2 ເສົາຄ້ຳເພື່ອມຸ່ງໄປເຖິງຄວາມວັດທະນາຖາວອນ”

ການປະຕິບັດການປະຢັດ ແລະ ຕ້ານການຟູມເຟືອຍແມ່ນ 2 ປັດໄຈປະກອບມີຄວາມຕິດພັນເຊິ່ງກັນແລະກັນ, ແມ່ນ 2 ເສົາຄ້ຳມຸ່ງໄປເຖິງຄວາມວັດທະນາຖາວອນ, ຮັ່ງມີສຳລັບທັງຂອບເຂດຄອບຄົວ, ປະເທດຊາດ ແລະ ສັງຄົມ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ (ພາບ: quochoi.vn)

ວັນທີ 01 ມິຖຸນາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນ “ປະຕິບັດການປະຢັດ”, ໃນນັ້ນຊີ້ແຈ້ງວ່າ ການປະຕິບັດການປະຢັດຕ້ອງໄດ້ຮັບຖືເປັນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າໃນສັງກາດພັດທະນາໃໝ່ຂອງຊາດ.

ຂຶ້ນຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ, ການປະຕິບັດການປະຢັດ ແລະ ຕ້ານການຟູມເຟືອຍແມ່ນ 2 ປັດໄຈປະກອບມີຄວາມຕິດພັນເຊິ່ງກັນແລະກັນ, ແມ່ນ 2 ເສົາຄ້ຳມຸ່ງໄປເຖິງຄວາມວັດທະນາຖາວອນ, ຮັ່ງມີສຳລັບທັງຂອບເຂດຄອບຄົວ, ປະເທດຊາດ ແລະ ສັງຄົມ.

ເພື່ອສ້າງປະຖົມປັດໄຈຫັນປ່ຽນເປັນພື້ນຖານໃນການປະຕິບັດການປະຢັດຢູ່ ຫວຽດນາມ ໃນໄລຍະໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງບັນດາຄວາມຮຽກຮ້ອງຕ້ອງການ, ລວມມີ: ທີ 1, ເປັນເອກະພາບຮັບຮູ້, ປະຕິບັດການປະຢັດ, ຕ້ານການຟູມເຟືອຍ ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂໂດຍພື້ນຖານ ເພື່ອໃຫ້ປະເທດພັດທະນາ ຜ່ານຜ່າທຸກສິ່ງທ້າທາຍ ໃນສະພາບການສາກົນທີ່ມີການຜັນແປຫຼາຍຢ່າງ. ທີ 2, ຜັນຂະຫຍາຍບັນດາມາດຕະການພື້ນຖານຢ່າງແຮງ ເພື່ອສ້າງການຫັນປ່ຽນຢ່າງແທດຈິງໃນການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ໃນນັ້ນ, ຈຸດສຸມແມ່ນສ້າງຄວາມສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ… ທີ 3, ສ້າງວັດທະນະທຳປະຢັດ; ນຳການປະຕິບັດການປະຢັດ, ຕ້ານການຟູມເຟືອຍໃຫ້ກາຍເປັນການກະທຳ “ສະໝັກໃຈ”, “ຕື່ນຕົວ”.

ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ ແລະ ບັນລຸຜົນສຳເລັດ, ແນ່ນອນວ່າ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕ້ອງອອກເຫື່ອເທແຮງປະຕິບັດການປະຢັດ, ຕ້ານການຟູມເຟືອຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top