• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່: ຮີບເຮັ່ງດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ການຄຸ້ມຄອງເສດຖະກິດຢ່າງຮອບດ້ານ

ພ້ອມກັບການຟື້ນຟູຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ, ດ້ວຍລະດັບເຕີບໂຕສູງ; ສະພາບການເມືອງ - ສັງຄົມມີສະຖຽນລະພາບ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 08 ມັງກອນ, ກອງປະຊຸມສະຫຼຸບວຽກງານປີ 2024, ຜັນຂະຫຍາຍໜ້າທີ່ປີ 2025 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມຢູ່ສຳນັກງານລັດຖະບານ, ມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ພ້ອມກັບການຟື້ນຟູຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ, ດ້ວຍລະດັບເຕີບໂຕສູງ; ສະພາບການເມືອງ - ສັງຄົມມີສະຖຽນລະພາບ; ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ເປີດກວ້າງ, ປັບປຸງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີປາໄສ. ທ່ານກໍ່ເນັ້ນໜັກວ່າ, ປີ 2025 ມີຄວາມໝາຍສຳຄັນພິເສດ, ແມ່ນປີສຸດທ້າຍຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025, ເປັນປີເພີ່ມຄວາມໄວ, ບຸກທະລຸ, ໄປເຖິງສຸດໝາຍ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

        “ຕ້ອງເປັນເອກະພາບຄວາມຮັບຮູ້ ແລະ ການກະທຳກ່ຽວກັບຄວາມຮີບເຮັ່ງຕ້ອງສືບຕໍ່ປ່ຽນແປງໃໝ່ທາງດ້ານເສດຖະກິດ. ຫວຽດນາມ ໄດ້ສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ແລະ ເປັນເອກະພາບໂດຍຖືວ່າ ຕ້ອງມີການປ່ຽນແປງໃນການຄຸ້ມຄອງເສດຖະກິດຢ່າງແຮງ, ເດັດດ່ຽວ, ເດັດຂາດ, ປະຕິວັດ, ຮອບດ້ານກວ່າ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ທົດສະວັດ ວັດທະນາຖາວອນ, ເຮັ່ງມີເຂັ້ມແຂງ ແລະ ພັດທະນາ”.

        ທ່ານເລຂາທິການໃຫຍ່ສະເໜີໃຫ້ສືບຕໍ່ເອົາໃຈໃສ່ພັດທະນາວັດທະນະທຳ, ສັງຄົມ ແລະ ສ້າງຊາວ ຫວຽດນາມ ມີຄຸນນະທາດຢ່າງພຽງພໍ, ມີກຳລັງຄວາມສາມາດເພື່ອຕອບສະໜອງຄວາມຮຽກຮ້ອງພັດທະນາແບບຍືນຍົງ, ພ້ອມກັນນັ້ນ, ກໍ່ຮັບປະກັນຊີວິດສັງຄົມ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top