• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບຫົວຫນ້າບັນດາອົງການທູຕານຸທູດອາຊຽນ


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ຕ້ອນຮັບຫົວຫນ້າບັນດາອົງການທູຕານຸທູດອາຊຽນ
 
      ທີ່​ການ​ຕ້ອນ​ຮັບ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23/1 ຢູ່ ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ວ່າ: ປີ 2017 ແມ່ນ​ປີ​ສຳ​ຄັນ ດ້ວຍ​ຫລາຍ​ເຫດ​ການ​ໃຫຍ່, ແມ່ນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງ​ການ​ຈັດ​ຕັ້ງ ແລະ ປີ​ທີ 2 ປະ​ຊາ​ຄົມ ອາ​ຊຽນ ນຳເຂົ້າ​ເຄື່ອນ​ໄຫວ. ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຍາມ​ໃດ​ກໍ​ພະ​ຍາ​ຍາມ ແລະ ຢັ້ງ​ຢ​ືນ​​ໄດ້ບົດ​ບາດ, ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຕົນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ. ແນວ​ທາງ, ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ​ໃນ​ໂລກ, ໃນ​ນັ້ນ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ສຳ​ຄັນ​​ທຸກ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະ​ຫນາ​ວ່າ ໃນ​ປີ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຈະ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ​ເພື່ອ​ໃຫ້​ຫວຽດ​ນາມ ສຳ​ເລັດ​ບົດ​ບາດ​ປະ​ເທດ​ເຈົ້າ​ພາບ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ເວ​ທີ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່​ປີ​ລະ​ກາ 2017, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສົ່ງ​ຄຳ​ອວຍ​ພອນ​ປີ​ໃຫມ່​ເຖິງ​ການ​ນຳ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ, ອວຍ​ພອນ​ໃຫ້​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູ​ດ​ຍາດ​ໄດ້​ ​ຜົນ​ງານ​ຫລາຍ​ຢ່າງໃນ​ປີ 2017, ອວຍ​ພອນ​ໃຫ້​ປະ​ຊາ​ຄົມ ອາ​ຊຽນ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ເຕີບ​ໃຫຍ່, ອວຍ​ພອນ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດສະ​ມາ​ຊີກ ອາ​ຊຽນ ນຳ​ກັນ ແລະ ກັບ​ຫວຽດ​ນາມ ແລະ ໂລກ​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ມີ​ຄວາມ​ຜາ​ສຸກ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top