• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມວາລະປະຊຸມຄັ້ງທີ 8 ຂອງກອງປະຊຸມຄະນະພັກກອງທັບສູນກາງ

ບັນດາຜູ້ແທນຢັ້ງຢືນວ່າ ປີ 2023, ຄະນະພັກກອງທທັບສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະພັກທຸກຂັ້ນ ໄດ້ຊີ້ນຳທຸກຂັ້ນສຸມໃສ່ຊີ້ນຳນຳພາ, ທົ່ວກອງທັບ ແກ້ໄຂບັນດາຄວາມຫຍຸ້ງຍາກ, ປະຕິບັດສຳເລັດບັນດາໜ້າທີ່ດ້ວຍໝາກຜົນສູງກ່ວາປີ 2022 ຢ່າງຮອບດ້ານ, ຫຼາຍໜ້າທີ່ໄດ້ບັນລຸຜົນສຳເລັດຢ່າງດີງາມ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກກອງທັບສູນກາງ ໄດ້ເປັນປະທານວາລະປະຊຸມຄັ້ງທີ 8 ຂອງຄະນະພັກກອງທັບສູນກາງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການນຳພາ, ປະຕິບັດໜ້າທີ່ດ້ານການທະຫານ, ປ້ອງກັນປະເທດ ແລະ ກໍ່ສ້າງຄະນະພັກກອງທັບປີ 2023, ກຳນົດທິດທາງ ໜ້າທີ່, ມາດຕະການນຳພາການປະຕິບັດໜ້າທີ່ 2024. ເຂົ້າຮ່ວມກອງປະຊຸມ, ຍັງມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາສູນກາງພັກ.

ທີ່ກອງປະຊຸມ, ບັນດາຜູ້ແທນຢັ້ງຢືນວ່າ ປີ 2023, ຄະນະພັກກອງທທັບສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະພັກທຸກຂັ້ນ ໄດ້ຊີ້ນຳທຸກຂັ້ນສຸມໃສ່ຊີ້ນຳນຳພາ, ທົ່ວກອງທັບ ແກ້ໄຂບັນດາຄວາມຫຍຸ້ງຍາກ, ປະຕິບັດສຳເລັດບັນດາໜ້າທີ່ດ້ວຍໝາກຜົນສູງກ່ວາປີ 2022 ຢ່າງຮອບດ້ານ, ຫຼາຍໜ້າທີ່ໄດ້ບັນລຸຜົນສຳເລັດຢ່າງດີງາມ. ບົນພື້ນຖານໄຈ້ແຍກສະພາບການພາກພື້ນ, ໂລກ, ພາຍໃນປະເທດຢ່າງເລິກເຊິ່ງ, ຄະນະພັກກອງທັບສູນກາງ ໄດ້ກຳນົດບາງໜ້າທີ່, ມາດຕະການຈຸດສຸມນຳພາ, ຊີ້ນຳປະຕິບັດບັນດາໜ້າທີ່ດ້ານການທະຫານ, ການປ້ອງກັນຊາດໃນໄລຍະຈະມາເຖິງຢ່າງມີໄຊ. ໃນນັ້ນ, ສືບຕໍ່ສຸມໃສ່ເປັນເຈົ້າການກຳແໜ້ນ, ຕີລາຄາ, ຄາດຄະເນ ສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ພັກ, ລັດ ແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ສືບຕໍ່ຜັນຂະຫຍາຍປະຕິບັດບັນດາມະຕິ, ຍຸດທະສາດ, ແຜນຮ່າງກ່ຽວກັບການທະຫານປ້ອງກັນຊາດໃຫ້ມີປະສິດທິຜົນ,  ຈຸດສຸມແມ່ນມະຕິສູນກາງຄັ້ງທີ 8 ຊຸດທີ XIII ກ່ຽວກັບຍຸດທະສາດການປ້ອງກັນຊາດ ໃນສະພາບການໃໝ່; ບັນດາມະຕິ, ຂໍ້ສະຫລຸບຂອງສູນກາງ, ກົມການເມືອງ ແລະ ຂອງລັດຖະບານກ່ຽວກັບໜ້າທີ່ປີ 2024.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top