• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນບຸນເຕັດການນຳ, ອະດີດການນຳພັກ, ລັດ ຫວຽດນາມ

ຕອນເຊົ້າວັນທີ 7 ກຸມພາ, ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານການພົບປະສັງສັນ, ອວຍພອນບຸນເຕັດບັນດາການນຳ, ອະດິດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ. ເຂົ້າຮ່ວມເຫດການຍັງມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ປະທານສະພາແຫ່ງຊາດ ເວື່ອງດິ່ງເຫວະ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ທີ່ການພົບປະ,  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ກັບການນຳລຸ້ນຕ່າງໆ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການປະກອບສ່ວນອັນໃຫຍ່ຫລວງຕໍ່ພາລະກິດແຫ່ງການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຊຸມປີຜ່ານມາ ພ້ອມທັງສົ່ງຄຳອວຍພອນເຖິງພະນັກງານ, ນັກຮົບພວມປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ເຂດຊາຍແດນ, ເຂດທະເລໝູ່ເກາະຂອງປະເທດຊາດ ແລະ ເພື່ອຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນຫນັກວ່າ: ປີມະໂລງ 2024 ແມ່ນປີມີຄວາມໝາຍສຳຄັນໃນການປະຕິບັດບັນດາແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ ຄືແຕ່ປີ 2021 – 2025, ສະນັ້ນ ທົ່ວລະບົບການເມືອງຄວນສືບຕໍ່ສູ້ຊົນສຳເລັດຢູ່ໃນລະດັບສູງບັນດາຫນ້າທີ່ພັດທະນາເສດຖະກິດ -  ສັງຄົມ,ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ, ສືບຕໍ່ພັດທະນາບັນດາຂົງເຂດວັດທະນະທຳ, ການສືກສາ, ວິທະຍາສາດ,ເຕັກໂນໂລຊີ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຊີວິດສັງຄົມ ແລະສະຫວັດດີການສັງຄົມ, ເບິ່ງແຍງດູແລ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຄຽງຄູ່ກັນນັ້ນ ເພີ່ມທະວີການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອະທິປະໄຕແຫ່ງຊາດ, ຮັບປະກັນຄວາມສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມແລະສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດໃຫ້ວ່ອງໄວ,ໝັ້ນຄົງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃສ່ໃຈ:ຫນ້າທີ່ໃນຕໍ່ຫນ້າແມ່ນຍູ້ແຮງການຜະລິດດຳເນີນທຸລະກິດ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ນັກຮົບພວມປະຕິບັດຫນ້າທີ່ປົກປັກຮັກສາປະເທດຊາດຢູ່ເຂດຊາຍແດນ, ທະເລໝູ່ເກາະ, ເບິ່ງແຍງດູແລໃຫ້ປະຊາຊົນຕ້ອນຮັບບຸນເຕັດໃນບັນຍາກາດເບີກບານມ່ວນຊື່ນ, ປອດໄພ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top