• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຮ່າໂນ້ຍ

      ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 26 ພະຈິກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ  ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ບາດິ່ງ, ດົງດາ ແລະ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ຕາມຮູບການໂດຍກົງສົມທົບກັບທາງໄກ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງນະຄອນ ຮ່າໂນ້ຍ
      ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ຕີລາຄາວ່າ ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ມີການປ່ຽນແປງໃໝ່ ແລະ ປັບປຸງຫຼາຍຢ່າງ, ການປຶກສາຫາລືໄດ້ດຳເນີນໄປຢ່າງກົງໄປກົງມາ, ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ສຸມໃສ່ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງພວມສົນໃຈ. ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ສະພາແຫ່ງຊາດ ຈະສືບຕໍ່ຍົກສູງຄຸນນະພາບການຕິດຕາມວຽກງານປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງລັດ; ເພີ່ມທະວີການກວດກາ, ກວດສອບ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໃນການເຄື່ອນໄຫວລົງທຶນ; ເພີ່ມທະວີການລົງທຶນໃຫ້ແກ່ຂະແໜງສາທາລະນະສຸກຂັ້ນຮາກຖານ ແລະ ວຽກງານການແພດສຸກເສີນ ແນໃສ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ບັນດາຄຳເຫັນເຫຼົ່ານີ້ ຈະໄດ້ຮັບການຮວບຮວມ ແລະ ສົ່ງໃຫ້ອົງການຈັດຕັ້ງທີ່ມີໜ້າທີ່ຮັບຜິດຊອບແກ້ໄຂໂດຍໄວ. ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງນະຄອນ ຮ່າໂນ້ຍ ແລະ ປະຊາຊົນ ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ສຸມໃສ່ຍູ້ແຮງການພັດທະນາເສດຖະກິດ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນສັງຄົມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top