• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງສະຫະພັນ ລັດເຊຍ

      ຕອນບ່າຍວັນທີ 07 ກັນຍາ, ທີ່ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳກຸ່ມບໍລິສັດ Gazprom
      ນີ້ແມ່ນບັນດາກຸ່ມບໍລິສັດນ້ຳມັນອາຍແກັດແຖວໜ້າຂອງສະຫະພັນ ລັດເຊຍ, ມີການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນກັບ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ລັດເຊຍ, ໃນນັ້ນມີບັນດາກຸ່ມບໍລິສັດດັ່ງກ່າວ ເພື່ອເປີດກ້ວາງຂອບຂະໜາດການຮ່ວມມືລະຫວ່າງ 2 ຝ່າຍ.
        ສ່ວນການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft ໄດ້ສະແດງຄວາມປາດຖະໜາຢາກ: ສືບຕໍ່ການພົວພັນຮ່ວມມືຍາວນານ ແລະ ມີປະສິດທິຜົນກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ພ້ອມທັງ ເປີດກ້ວາງການຮ່ວມມືອອກສູ່ບັນດາຂົງເຂດອື່ນຄື: ຜະລິດໄຟຟ້າ, ຮັກສາສິ່ງແວດລ້ອມ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ…ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງ ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top