• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ມີຄວາມວິຕົກກັງວົນວ່າ ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດຂອງໂລກຈະຖືກຖອຍຫຼັງ

ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຍູ້ແຮງການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ.
(ພາບປະກອບ: AFP/TTXVN)

ວັນທີ 16 ມິຖຸນາ, ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຍູ້ແຮງການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ເລື່ອງ ໂລກພວມເດີນໄປຜິດເຂວ ແລະ ຖອຍຫຼັງໃນເລື່ອງບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ. ທ່ານກໍ່ສະແດງຄວາມວິຕົກກັງວົນຕໍ່ຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກໃນປະຈຸບັນ ແລະ ຖືວ່າ ໂຄງການດຳເນີນງານກ່ຽວກັບດິນຟ້າອາກາດພວມຖືກຖືເບົ່າ. ຕໍ່ໜ້າສະພາບການນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ, ຮອດເວລາແລ້ວຕ້ອງມີບັນດາການກະທຳຢ່າງແຮງກວ່າ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ໂດຍອີງໃສ່ຄວາມຍຸຕິທຳດ້ານດິນຟ້າອາກາດ ແລະ ຍູ້ໄວວິວັດການຫັນປ່ຽນເສດຖະກິດຕາມທິດເປັນສີຂຽວ, ເປັນມິດກັບສິ່ງແວດລ້ອມ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top