ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 195 ປີ ແຫ່ງວັນສ້າງຕັ້ງແຂວງ ທາຍງວຽນ
ຕອນຄ່ຳວັນທີ 30 ຕຸລາ, ຢູ່ແຂວງ ທາຍງວຽນ ໄດ້ຈັດພິທີສະເຫຼີມສະຫຼອງ 195 ປີ ແຫ່ງວັນສ້າງຕັ້ງແຂວງ (04 ພະຈິກ 1831 – 04 ພະຈິກ 2026), ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ແລະ ເປີດ Festival ຊາສາກົນ - ທາຍງວຽນ 2026.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ແຂວງ ທາຍງວຽນ ຈັດຕັ້ງພື້ນທີ່ພັດທະນາທີ່ເປັນເອກະພາບ, ກົມກຽວ ລະຫວ່າງອຸດສາຫະກຳ, ເຂດຕົວເມືອງ ແລະ ນິເວດຊີວະພາບ. ໃນນັ້ນລົງທຶນໃນພື້ນຖານໂຄງລ່າງ ຕ້ອງຊ່ວຍເຊື່ອມຕໍ່ເຂດຜະລິດ, ຮາກຖານບຳລຸງສ້າງກັບຕະຫຼາດ, ພ້ອມທັງນຳເອົາການບໍລິການທີ່ຈຳເປັນມາໃກ້ກັບປະຊາຊົນໃນເຂດຫ່າງໄກສອກຫຼີກ.
ທົ່ວແຂວງຕ້ອງສ້າງຄວາມເປັນເອກະພາບໃນການກະທຳ, ການຈັດແບ່ງແຫຼ່ງກຳລັງຕາມຄວາມຕ້ອງການ ແລະ ມີປະສິດທິຜົນລວມ. ເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ລຸລ່ວງ. ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຂັ້ນເມືອງ, ໂດຍສະເພາະແມ່ນຢູ່ເຂດພູດອຍ; ຮັບປະກັນປະຊາຊົນສາມາດແກ້ໄຂວຽກງານຢ່າງສະດວກສະບາຍ. ຍົກສູງຄວາມເປັນເຈົ້າຂອງພື້ນຖານອຸດສາຫະກຳ, ຖືວິທະຍາສາດ, ເຕັກໂນໂລຊີ ແລະ ມະນຸດເປັນພື້ນຖານ. ພ້ອມກັບການດຶງດູດການລົງທຶນທີ່ມີຄຸນນະພາບ, ຕ້ອງໜູນຊ່ວຍວິສາຫະກິດຢູ່ພາຍໃນປະເທດ, ວິສາຫະກິດທ້ອງຖິ່ນຍົກສູງລະດັບດ້ານວິທະຍາສາດ, ເຕັກນິກ, ຕອບສະໜອງມາດຕະຖານ ແລະ ເຂົ້າຮ່ວມຕ່ອງໂສ້ການສະໜອງຢ່າງເລິກເຊິ່ງກວ່າ.






