• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກ່ຽວກັບແຜນການເພີ່ມທະວີການສ້າງ, ປັບປຸງພັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ສະຫຼຸບເລກທີ 21 ກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນມີຄວາມສຳຄັນຍິ່ງ ແລະ ມີຄວາມໝາຍຢ່າງຍາວນານ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 27 ກໍ​ລະ​ກົດ, ຢູ່​ສ​ຳ​ນັກ​ງານ​ສູນ​ກາງ​ພັກ, ທີ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຈັດ​ຕ​ັ້ງ​ສູນ​ກາງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​​ການ​ສະ​ຫຼຸບ​ເບື້ອງ​ຕົ້ນ​ການ​ປະ​ຕິ​ບັດ​ຂໍ້​ສະ​ຫຼຸບ​ເລກ​ທີ 21 ສູນ​ກາງ, ລົງ​ວັນ​ທີ 25 ຕຸ​ລາ 2021 ຂອງ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ຊຸດ​ທີ 13 ກ່ຽວ​ກັບ​ແຜນ​ການ​ເພີ່ມ​ທະ​ວີ, ກໍ່​ສ້າງ​ປັບ​ປຸງ​ພັກ ແລະ ບົບ​ການ​ເມືອງ​ໃຫ້​ປອດ​ໃສ, ໝັ້​ນ​ຄົງ​ເຂັ້ມ​ແຂງ​ຢ່າງ​ຮອບ​ດ້ານ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ປະ​ຕິ​ບັດ​ຂໍ້​ສະ​ຫຼຸບ​ເລກ​ທີ 21 ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຍິ່ງ ແລະ ມີ​ຄວາມ​ໝາຍ​ຢ່າງ​ຍາວ​ນານ. ໃນ​ນັ້ນ, ໝາກ​ຜົນ​ສູງ​ສຸດ​ແມ່ນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ນຳ​ປະ​ເທດ​ຊາດ​ໃຫ້​ພັດ​ທະ​ນາ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ. ຕາມ​ທ່ານ​ແລ້ວ, ສິ່ງ​ດັ່ງ​ກ່າວ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ຊີ້​ນຳ, ກຳ​ອຳ​ນາດ​ຂອງ​ພັກ.

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ຕ້ອງ​ສ້າງ​ມະ​ຕິ​ໃຫ້​ຖືກ​ລະ​ດັບ, ມ​ີ​ຄວາມ​ເປັນ​ໄປ​ໄດ້, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຊີ້​ນຳ​ກຳ​ນາດ​ຂອງ​ພັກ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top