• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຄະນະຜູ້ແທນ “ເປັນເສນາທິການເກັ່ງ, ຮັບໃຊ້ເປັນຢ່າງດີ”

ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດນັ້ນຢ່າງມີໄຊ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງຈາກຕ່າງປະເທດ, ໃນນັ້ນ, ແຫຼ່ງກຳລັງມະນຸດແມ່ນແຫຼ່ງກຳລັງພາຍໃນສຳຄັນທີ່ສຸດ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ)

ຕອນເຊົ້າວັນທີ 04 ກັນຍາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນທີ່ໄດ້ເຊີດຊູໃນຂະບວນການແຂ່ງຂັນ “ເປັນເສນາທິການເກັ່ງ, ຮັບໃຊ້ເປັນຢ່າງດີ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊົມເຊີຍສະມາຊິກກຳມະບານ, ລັດຖະກອນ ຫວຽດນາມ ທີ່ໄດ້ຈັດການຜັນຂະຫຍາຍຂະບວນການເປັນຢ່າງດີ ແລະ ຍ້ອງຍໍແບບຢ່າງດີເດັ່ນ 150 ຄົນໃນຂະບວນການ “ເປັນເສນາທິການເກັ່ງ, ຮັບໃຊ້ເປັນຢ່າງດີ”. ທ່ານໄດ້ເນັ້ນໜັກວ່າ ເປົ້າໝາຍຍຸດທະສາດຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ຕາມກຳນົດທິດສັງຄົມນິຍົມ, ມີລາຍຮັບສູງ. ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດນັ້ນຢ່າງມີໄຊ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງຈາກຕ່າງປະເທດ, ໃນນັ້ນ, ແຫຼ່ງກຳລັງມະນຸດແມ່ນແຫຼ່ງກຳລັງພາຍໃນສຳຄັນທີ່ສຸດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຮຽກຮ້ອງວ່າ:

        “ຂ້າພະເຈົ້າຫວັງວ່າ, ໃນໜ້າທີ່, ວຽກງານປະຈຳວັນ, ຈາກການເປັນເສນາທິການບັນດາແຜນນະໂຍບບາຍ, ນະໂຍບາຍມະຫາພາກ, ຕະຫຼອດຮອດວຽກງານບໍລິຫານ, ຮັບໃຊ້ລະອຽດ, ແຕ່ລະຄົນຕ້ອງຮັບຟັງປະຊາຊົນ, ຕັດສິນໃຈແກ້ໄຂຢ່າງທັນການ, ເຖິງຖອງ, ມີປະສິດທິຜົນບັນດາບັນຫາເກີດຂຶ້ນທີ່ກ່ຽວຂ້ອງເຖິງການດຳລົງຊີວິດ, ການຫາເງິນລ້ຽງຊີບຂອງປະຊາຊົນ ແລະ ຄວາມຫຍຸ້ງຍາກຂອງອົງການຈັດຕັ້ງ, ວິສາຫະກິດ. ຕ້ອງຖືຕົນເອງເປັນປະຊາຊົນຈຶ່ງໃຫ້ຄຳປຶກສາ, ສະເໜີແຜນນະໂຍບາຍ, ນະໂຍບາຍ ຫຼື ແກ້ໄຂບັນດາລະບຽບການບໍລິຫານມີປະສິດທິຜົນໄດ້”.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.

Top