• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ພາຍຫຼັງກອງປະຊຸມໃຫຍ່ປະສົບຜົນສຳເລັດ

      ຕອນເຊົ້າວັນທີ 01 ກຸມພາ,  ພາຍຫຼັງພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ເພື່ອແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມໃຫຍ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ
      ຂຶ້ນຕົ້ນການປະຊຸມຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ອາດເວົ້າໄດ້ວ່າ ນີ້ແມ່ນກອງປະຊຸມໃຫຍ່ທີ່ປະສົບຜົນສຳເລັດດີງາມທີ່ສຸດ, ນັບທັງດ້ານເນື້ອໃນ, ວິທີການຈັດຕັ້ງ ແລະ ແບບວິທີເຮັດວຽກ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ແລ້ວ, ວຽກງານທີ່ຍາກທີ່ສຸດຂອງກອງປະຊຸມໃຫຍ່ນັ້ນແມ່ນ ການກະກຽມເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ເພາະມັນແມ່ນລວມຍອດຍິ່ງທາງດ້ານພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໃຫ້ຮູ້ວ່າ ວຽກງານບຸກຄະລາກອນ ກໍໄດ້ປະຕິບັດຢ່າງລອບຄອບຖີ່ຖ້ວນ, ຕາມແຕ່ລະຂັ້ນຕອນ, ເພາະສະນັ້ນ ເມື່ອເຂົ້າສູ່ກອງປະຊຸມໃຫຍ່ ໄດ້ຮັບຄວາມເປັນເອກະພາບຢ່າງສູງ. ທີສາມແມ່ນ ວຽກງານຈັດຕັ້ງກອງປະຊຸມໃຫຍ່ກໍໄດ້ປະຕິບັດເປັນຢ່າງດີ, ລອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພຢ່າງສູງສຸດ ໃນຂະນະທີ່ໂລກລະບາດໂຄວິດ - 19 ພວມແຜ່ລະບາດ. ມີສິ່ງສຳຄັນໜຶ່ງອີກ ນັ້ນແມ່ນ ຄວາມໄວ້ເນື້ອເຊື່ອໃຈ, ຄວາມປິຕິຊົມຊື່ນ ແລະ ຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
        ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ບໍ່ແມ່ນການຮັບຮອງເອົາມະຕິ, ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່, ແຕ່ສິ່ງສຳຄັນກວ່າ ນັ້ນແມ່ນ ໃນໄລຍະຈະມາເຖິງ ພວກເຮົາຕ້ອງນຳມະຕິເຂົ້າສູ່ຊີວິດຕົວຈິງຄືແນວໃດ, ເຮັດໃຫ້ມັນປະກົດຜົນເປັນຈິງແນວໃດ, ຕ້ອງຫັນເປັນແຜນນະໂຍບາຍ ແລະ ຊີ້ນຳຢ່າງຂ້ຽວຂາດແຕ່ສູນກາງລົງຮອດທ້ອງຖິ່ນ, ຕ້ອງສ້າງສາປະເທດເຂັ້ມແຂງ, ປະຊາຊົນຮັ່ງມີ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ. ນັ້ນຈຶ່ງແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່”.
        ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໜ້າທີ່ກໍ່ສ້າງ, ປັບປຸງພັກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນອາຍຸການໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນວຽກງານໃຫຍ່, ບໍ່ແມ່ນພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງປະກົດມີຢູ່ທຸກໆປະເທດ, ບໍ່ແມ່ນໃນສະໄໝນີ້, ສະໄໝໃດກໍມີ, ສຳຄັນແມ່ນຢູ່ໃນລະດັບແນວໃດເທົ່ານັ້ນ.
        “ຂ້າພະເຈົ້າ ຂໍຢັ້ງຢືນວ່າ ບັ້ນຕໍ່ສູ້ນີ້ ຍັງປະສົບກັບຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງ ແລະ ໃນໄລຍະຍາວ. ໄລຍະທີ່ຜ່ານມາ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນເທົ່ານັ້ນ. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ, ບໍ່ເວັ້ນເສຍບໍ່ວ່າຜູ້ໃດ ແລະ ບໍ່ມີເຂດຫ້າມ”.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top