• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ

ຕອນບ່າຍວັນທີ 25 ກຸມພາ 2019, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາເຖິງນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຕາມຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ມາເຖິງສະໜາມບິນສາກົນ ໂປແຈນຕົງ ຢູ່ນະຄອນຫຼວງ ພະນົມເປັນ. ພາບ: ຈີ໋ຢຸງ/VNA


ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຈັດຂຶ້ນຢູ່ສະໜາມບິນສາກົນ ໂປແຈນຕົງ. ພາບ: ຈີ໋ຢຸງ/VNA
 
ນັກຮຽນ ກຳປູເຈຍ ມອບດອກໄມ້ສະແດງຄວາມຍິນດີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/VNA

ປະຊາຊົນ ກຳປູເຈຍ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຢູ່ສະໜາມບິນສາກົນ ໂປແຈນຕົງ. ພາບ: ຈີ໋ຢຸງ/VNA

ຫຼັງຈາກທີ່ມາເຖິງນະຄອນຫຼວງ ພະນົມເປັນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດທີ່ພະລາຊະວັງ ຕາມພິທີການສູງສຸດສະຫງວນໃຫ້ແກ່ປະມຸກລັດ. 

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ດຳເນີນການພົບປະເຈລະຈາຢູ່ພະລາຊະວັງ.

ນີ້ເປັນເທື່ອທຳອິດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີການຢ້ຽມຢາມທາງລັດຖະກິດ ເຖິງປະເທດ ລາຊະອານາຈັກ ກຳປູເຈຍ ດ້ວຍຖານະຕຳແໜ່ງໃໝ່, ສິ່ງດັ່ງກ່າວ ສະແດງໃຫ້ເຫັນການຖືສຳຄັນຂອງ ຫວຽດນາມ ໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
ປະຕິບັດໂດຍ: VNA/VNP
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top